ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳເມືອງຫົງສາ ລົງຕິດຕາມຄວາມຄືບໜ້າ ການສ້ອມແປງຂົວ ແລະ ການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນຢູ່ 2 ບ້ານພາຍໃນເມືອງ

May 26, 2025

ວັນທີ 23 ພຶດສະພາ 2025 ນີ້ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງ ພ້ອມດ້ວຍ ທ່ານ ອ່ອນຈັນ ບຸນຍາວົງ ຮອງເຈົ້າເມືອງຫົງສາ ແລະ ພະນັກງານຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ລົງຕິດຕາມຄວາມຄືບໜ້າການສ້ອມແປງຂົວນ້ຳແກນ 1 ແລະ ການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນຢູ່ 2 ບ້ານພາຍໃນເມືອງ.
ການລົງເຄື່ອນໄຫວຕິດຕາມຄວາມຄືບໜ້າການສ້ອມແປງຂົວ ແລະ ການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນຢູ່ 2 ບ້ານພາຍໃນເມືອງຄັ້ງນີ້ປະກອບມີ: ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານເມືອງຫານ ມີລວງຍາວ 987 ແມັດ, ລວງກວ້າງຂອງໜ້າທາງ 5 ແມັດ, ໂດຍແມ່ນບໍລິສັດ ວິໄຣພອນ 1818 ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າການກໍ່ສ້າງທັງໝົດ 2 ຕື້ 200 ລ້ານກວ່າກີບ, ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນກຸມພາ 2025 ມາຮອດປະຈຸບັນສຳເລັດແລ້ວ 100%, ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານໂພນຈັນ ມີລວງຍາວ 569 ແມັດ, ລວງກວ້າງຂອງໜ້າທາງ 5 ແມັດ, ໂດຍແມ່ນບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າກໍ່ສ້າງທັງໝົດ 1 ຕື້ 300 ລ້ານກວ່າກີບ ເລີ່ມລົງມືກໍ່ສ້າງໃນຕົ້ນເດືອນ ພຶດສະພາ 2025 ນີ້ ມາຮອດປັດຈຸບັນສຳເລັດແລ້ວ 45%, ຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນເດືອນ ກໍລະກົດ ທີ່ຈະມາເຖິງນີ້ ແລະ ໂຄງການສ້ອມແປງປ່ຽນຖ່າຍຊິ້ນສ່ວນຂົວເບເລ ແລະ ກໍ່ສ້າງອາຄານຂ້າມຂົວນ້ຳແກນ 1 ( ບ້ານສີບຸນເຮືອງ ) ມີລວງຍາວທັງໝົດ 52 ແມັດ, ກວ້າງ 4,5 ແມັດ, ໂດຍແມ່ນບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າກໍ່ສ້າງທັງໝົດ 668 ລ້ານກວ່າກີບ, ເຊິ່ງໄດ້ເລີ່ມລົງມືກໍ່ສ້າງ ໃນຕົ້ນເດືອນ ພຶດສະພາ 2025 ນີ້ ມາຮອດປະຈຸບັນສຳເລັດແລ້ວ 75% ແລະ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນເດືອນ ກໍລະກົດ ທີ່ຈະມາເຖິງນີ້, ເຊິ່ງທັງ 3 ໂຄງການດັ່ງກ່າວແມ່ນນໍາໃຊ້ແຫຼ່ງທຶນສະໜັບສະໜູນຈາກ ບໍລິສັດໄຟຟ້າຫົງສາ ຈໍາກັດ.
ຂ່າວ-ພາບ: ຖວທ ຫົງສາ