ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳເມືອງຫົງສາ ເອວຍພອນ ທະຫານໝວດ III ກອງຮ້ອຍ 2 ກອງພັນ 410

Jan 24, 2025

ເໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76,ສະຫາຍ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ ພ້ອມດ້ວຍບັນດາຫ້ອງການອ້ອມຂ້າງເມືອງ ໄດ້ນຳເອົາຂອງຂວັນ ວັດຖຸປັດໃຈຈຳນວນໜຶ່ງ ອວຍພອນ ທະຫານໝວດ III ກອງຮ້ອຍ 2 ກອງພັນ 410 ຢູ່ປ້ອມພູສຳພັນ ໃນວັນທີ 22 ມັງກອນ 2025, ໂດຍໄດ້ຮັບການຕ້ອນຮັບຈາກສະຫາຍ ພັທ ໄມ່ໄຊ ແກ້ວແກ່ນຈັນ ຫົວໜ້າການເມືອງ ກອງພັນ 410, ສະຫາຍ ພັຕ ຄຳເຊີ ຜີວອຸດົມ ຫົວໜ້າການເມືອງກອງຮ້ອຍ 2 ກອງພັນ 410, ມີນາຍ ແລະ ພົນທະຫານຢູ່ປ້ອມດັ່ງກ່າວເຂົ້າຮ່ວມ.
ສະຫາຍ ພອນສະຫວັນ ໄຊສົມພັນ ໄດ້ຕາງໜ້າອົງການປົກຄອງເມືອງ ສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ບັນດານາຍ ແລະ ພົນທະຫານ ທີ່ໄດ້ພ້ອມກັນສຸມທຸກກຳລັງ ແລະ ເປັນຈິດໜຶ່ງໃຈດຽວ ໃນການປະກອບສ່ວນເຮັດຫຼ້ອນໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ເຮັດໃຫ້ເມືອງຫົງສາ ເວົ້າລວມ, ເວົ້າສະເພາະກໍ່ຄືຂອບເຂດຊາຍແດນຂອງເມືອງມີຄວາມສະຫງົບ ແລະ ມີສະຖຽນລະພາບທາງດ້ານການເມືອງ ເອຶື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມຂອງເມືອງ ໃຫ້ຂະຫຍາຍຕົວຕໍ່ເນື່ອງ ປະຊາຊົນຍູທ່າງທໍາມາຫາກິນ ແລະ ພັດທະນາຊິວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ຈະເລີນຮຸ່ງເຮືອງ ແລະ ໝັ້ນຄົງຕະຫຼອດໄປ.
ຂ່າວ – ພາບ: ຖວທ ຫົງສາ