ການນຳແຂວງຈຳປາສັກ, ນຳໂດຍສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆຈຳປາສັກ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ ເຄື່ອນໄຫວຢ້ຽມຢາມ ການນຳແຂວງກວາງນາມ ສສ ຫວຽດນາມ ໃນວັນທີ 15 ມັງກອນ 2025 ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຂອງຊາວຫວຽດນາມ ໂດຍການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ເລ່ ວັນ ຍຸງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາແຂວງກວາງນາມ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ສະຫາຍ ສົມບູນ ເຮືອງວົງສາ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບດ້ວຍໄມຕີຈິດ, ມິດຕະພາບອັນອົບອຸ່ນ, ພ້ອມທັງຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າຄະນະພັກ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າ ແຂວງຈຳປາສັກ ນຳພາຄະນະຜູ້ແທນແຂວງຈຳປາສັກ ມາເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ເນື່ອງໃນໂອກາດບຸນປີໃໝ່ ປະຈໍາຊາດ ຂອງຊາວຫວຽດນາມ 2025 ທີ່ແຂວງກວາງນາມ.
ສະຫາຍ ເລ່ ວັນ ຍຸງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການມາຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດ ຂອງຊາວຫວຽດນາມ ແກ່ຄະນະພັກ-ຄະນະກຳມະການປະຊາຊົນແຂວງ ກໍຄື ປະຊາຊົນແຂວງກວາງນາມ ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ສະຫາຍ ສົມບູນ ເຮືອງວົງສາ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫຍ່ຫລວງກວ່າເກົ່າ, ອວຍພອນແດ່ສາຍພົວພັນຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແຂວງກວາງນາມ ກັບ ແຂວງຈຳປາສັກ ຍາມໃດກໍຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ ຕະຫລອດການລະນາ.
ໂອກາດດຽວກັນ, ສອງຝ່າຍຍັງຕີລາຄາສູງ ຕໍ່ການເສີມຂະຫຍາຍມູນເຊື້ອ ແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ຈຳປາສັກ ແລະ ກວາງນາມ ໂດຍສະເພາະ ການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກ MOU ລະຫວ່າງສອງແຂວງ, ຊຶ່ງໃນປີ 2024 ທີ່ຜ່ານມາ ການນຳຂັ້ນສູງຂອງສອງແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ, ອວຍພອນເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ການຄ້າ-ການລົງທຶນ ແມ່ນໄດ້ສ້າງເງື່ອນ ໃຫ້ນັກທຸລະກິດຂອງທັງສອງແຂວງໄດ້ພົບປະແລກປ່ຽນ ແລະ ອຳນວຍຄວາມສະດວກ ເພື່ອຊຸກຍູ້ເລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ. ສ່ວນດ້ານວັດທະນະທຳ-ສັງຄົມ ແມ່ນໄດ້ແລກປ່ຽນວັດທະນະທຳ, ການທ່ອງທ່ຽວ ແລະ ການຄຸ້ມຄອງບູລະນະ ປະຕິສັງຂອນ ແຫ່ງມໍລະດົກໂລກ ເປັນຕົ້ນ ມີເຊິນ ແຂວງກວາງນາມ ແລະ ວັດພູຈໍາປາສັກ ແຂວງຈຳປາສັກ ຕື່ມອີກ.
ຂ່າວ: ທັດຊະນະ




