ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳແຂວງຈໍາປາສັກ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອະນຸສາວະລີນັກຮົບນິລະ ນາມ ແລະ ເຂົ້າວາງກະຕ່າດອກໄມ້ ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ

Nov 29, 2024

ຕອນເຊົ້າວັນທີ 29 ພະຈິກ 2024 ນີ້ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນໍາຂອງແຂວງຈາກ ຂົງເຂດການເມືອງ, ກຳລັງ ປກຊ-ປກສ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາສັງຄົມ, ຂົງເຂດຕຸລາການ, ສະຖາບັນການສຶກສາ, ນະຄອນປາກເຊ, ສະມາຄົມຫວຽດນາມ ແຂວງຈໍາປາສັກ, ສະມາຄົມຈີນ ແຂວງຈໍາປາສັກ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອະນຸສາວະລີນັກຮົບນິລະ ນາມ ແລະ ເຂົ້າວາງກະຕ່າດອກໄມ້ ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ທີ່ເດີ່ນສະໜາມແດງນະຄອນປາກເຊ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ (2 ທັນວາ 1975 – 2 ທັນວາ 2024) ຕິດພັນກັບການເປີດຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ປີ 2025 ແລະ ຂະບວນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ທົ່ວແຂວງຈໍາປາສັກ.
ຂ່າວ: ຈັນທະວີສັກ