ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍພະແນກການ, 2 ກອງບັນຊາການ ແລະ ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລົງມອບເຄື່ອງໃຫ້ບ້ານພຽງຫົ່ງ ເມືອງໜອງແຮດ ແຂວງຊຽງຂວາງ ໃນວັນທີ 25 ກໍລະກົດຜ່ານມາ, ເນື່ອງຈາກຝົນຕົກໜັກ ຕິດຕໍ່ກັນຫຼາຍວັນ ເຮັດໃຫ້ມີນ້ຳຖ້ວມ, ໄຫຼຊຸເຮືອນຊານປະຊາຊົນເສຍຫາຍ, ບໍ່ມີທີ່ພັກ, ເສັ້ນທາງເຂົ້າຫາເຂດພຽງຫົ່ງແມ່ນຖືກນ້ຳຊຸຂາດ, ດິນເຈື່ອນຖົມທາງ ເຮັດໃຫ້ການເຂົ້າເຖິງບ້ານພຽງຫົ່ງແມ່ນຫຍຸ້ງຍາກຫຼາຍ, ເຮັດໃຫ້ການຊ່ວຍເຫຼືອສຸກເສີນບໍ່ທັນເວລາ. ການເຂົ້າຊ່ວຍແມ່ນໄດ້ແຕ່ທາງອາກາດ ແລະ ຝົນຍັງສືບຕໍ່ຕົກລິນຢູ່ ຈິ່ງເຮັດໃຫ້ການຊ່ວຍເຫຼືອເປັນໄປໄດ້ຍາກຫຼາຍ. ດັ່ງນັ້ນ, ການນຳແຂວງ ແລະ ກອງທັບອາກາດ ໄດ້ຂຸ້ນຂ້ຽວນຳສົ່ງ ຢາປົວຜະຍາດ, ເຂົ້າ, ໝີ່, ນ້ຳດື່ມ, ປາກະປ໋ອງ, ໃຫ້ປະຊາຊົນຊາວບ້ານພຽງຫົ່ງ ໃນວັນທີ 26 ກໍລະກົດ ໄດ້ພຽງແຕ່ຖ້ຽວດຽວ. ຖ້າວ່າຝົນຫາກເຊົາຕົກ ອາດກາດໄດ້ ແມ່ນຈະສືບຕໍ່ສົ່ງເຄື່ອງອຸປະໂພກ ບໍລິໂພກໃຫ້ປະຊາຊົນບ້ານພຽງຫົ່ງໃຫ້ໄວທີ່ສຸດ.


ຂ່າວ: ບຸນມີ ແສງທຸມມີ


