ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳແຂວງຊຽງຂວາງ ວາງກະຕ່າດອກໄມ້ເນື່ອງໃນວັນຊາດ

Dec 3, 2024

ໃນວັນທີ 2 ທັນວາ 2024, ການນຳແຂວງຊຽງຂວາງ ໄດ້ພ້ອມກັນວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ວາງພວງມາລາຢູ່ອານຸສາວະລີນັກຮົບນີລະນາມລາວ, ເນື່ອງໃນໂອກາດວັນຊາດທີ 2 ທັນວາ 1975-2 ທັນວາ 2024 ຄົບຮອບ 49 ປີ ທີ່ໝູນວຽນມາຄົບຮອບອີກວາລະໜຶ່ງ. ນຳພາຄະນະຄັ້ງນີ້ໂດຍທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ ໃນພິທີຄັ້ງນີ້ທ່ານ ບຸນຈັນ ອ່ອນວົງສີ ຮອງຫົວໜ້າຂະແໜງອະນຸສອນສະຖານ-ອະນຸສາວະລີໄດ້ກ່າວວ່າ: ການວາງກະຕ່າດອກໄມ້ ແລະ ວາງພວງມາລາຄັ້ງນີ້ ເປັນການສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນປະທານ ໄກສອນ ພົມວິຫານ ຜູ້ຈັດຕັ້ງນຳພາພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດເຮົາມາແຕ່ໄລຍະຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຍາດໄດ້ໄຊຊະນະຢ່າງສະຫງ່າງາມ ສະຖາປະນາ ສປປລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ແລະ ສືບຕໍ່ນຳພາທົ່ວພັກ-ລັດ ແລະ ປວງຊົນລາວທັງຊາດປົກປັກຮັກສາ ສ້າງສາປະເທດຊາດອັນແສນຮັກ, ວາງແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກຢ່າງມີໄຊ. ຄົນຮຸ່ນຫຼັງຈົ່ງຮ່ຳຮຽນເປັນແບບຢ່າງໃນການຮັກຊາດປົກປັກຮັກສາປະເທດຊາດເສຍສະຫຼະເພື່ອຊາດສືບທອດມູນເຊື້ອອັນອົງອາດກ້າຫານຕໍ່ສູ້ບໍ່ຍອມຈຳນົນ. ຜົນງານອັນໃຫຍ່ຫຼວງຂອງບັນພະບູລຸດທີ່ໄດ້ສ້າງໄວ້ ພວກເຮົາຈົ່ງພ້ອມກັນປົກປັກຮັກສາໝາກຜົນຂອງການປະຕິວັດລາວໃຫ້ໝັ້ນຄົງຖາວອນຕະຫຼອດໄປ.
ຂ່າວ: ບຸນມີ ແສງທຸມມີ