ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳແຂວງຜົ້ງສາລີ ວາງກະຕ່າດອກໄມ້ ໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ

Dec 13, 2024

ໃນວັນທີ 13 ທັນວາ 2024 ນີ້, ການນຳພັກ-ລັດ, ສອງກໍາລັງປະກອບອາວຸດ ຕາງໜ້າສະມາຊິກພັກ, ພະນັກງານ ແລະ ປະຊາ ຊົນບັນດາເຜົ່າທຸກຊັ້ນຄົນ, ທຸກເພດໄວໃນທົ່ວແຂວງຜົ້ງສາລີ ນຳໂດຍ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ໄດ້ນຳເອົາ ກະຕ່າດອກໄມ້ ມາວາງໄວ້ຢູ່ຕໍ່ໜ້າຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 104 ປີ ເພື່ອສະແດງຄວາມເຄົາລົບຮັກ, ຮູ້ບຸນຄຸນ ຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວບັນດາເຜົ່າທັງຊາດ, ຜູ້ນຳພາສ້າງຕັ້ງ, ຖະນຸບຳລຸງ, ຝຶກຝົນຫລໍ່ຫລອມ, ກໍ່ສ້າງ ແລະ ປັບປຸງພັກ ໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ຊຶ່ງຊື່ສຽງຮຽງນາມຂອງ ປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນ ຕະຫລອດໄລຍະແຫ່ງການນຳພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງພັກ ແລະ ປະເທດເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດ, ໄລຍະປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດ, ລິເລີ່ມ ແລະ ນຳພາ ພາລະກິດປ່ຽນແປງໃໝ່ ຮອບດ້ານ ທີ່ມີຫລັກການຂອງພັກ, ຍາດໄດ້ໄຊຊະນະ ສະຫງ່າງາມຕະຫລອດມາ. ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິ ຫານ ຍືນຍົງໃນດວງໃຈຂອງປວງຊົນລາວທັງຊາດ ຕະຫລອດກາລະນານ.
ຕະຫລອດຊີວິດຂອງ ປະທານ ໄກສອນ ພົມວິຫານ ແມ່ນທຸ່ມເທທຸກຢ່າງ ໃຫ້ກັບພາລະກິດປະຕິວັດ ປະເທດຊາດ ໄດ້ມີຫລາຍວິລະກຳອັນລ້ຳເລີດ ທີ່ສະແດງໃຫ້ເຫັນເຖິງນໍ້າໃຈຮັກຊາດອັນສູງສົ່ງ, ນໍ້າໃຈກຳມະຊີບອັນໜັກແໜ້ນ, ຄວາມເດັດດ່ຽວບໍ່ຍອມຈຳນົນສັດຕູ, ຄວາມສະຫລຽວສະຫລາດ ແລະ ຄວາມເສຍສະຫລະເພື່ອປະເທດຊາດ, ເພື່ອປະຊາຊົນຢ່າງບໍ່ມີຂີດ ຈຳກັດ ຊຶ່ງສະແດງອອກຢູ່ໃນພຶດຕິກຳຕົວຈິງ ແລະ ຜ່ານຂະບວນວິວັດ ແຫ່ງການນໍາພາຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ຈາກການຕໍ່ສູ້ດ້ວຍສອງຝາມືເປົ່າ ຈົນສາມາດຍາດໄດ້ ໄຊຊະນະຢ່າງສົມບູນ ແລະ ສະຖາ ປະນາ ເປັນປະເທດ ສປປ ລາວ ໃນປັດຈຸບັນ. ໄຊຊະນະທີ່ຍາດມາໄດ້ທັງໝົດນັ້ນ ແມ່ນຍ້ອນຄວາມສະຫລາດຫລັກແຫລມ, ຄວາມມີໄຫວພິບຂອງພັກ ແລະ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປວງຊົນລາວທັງຊາດ ໂດຍມີປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາ. ສະນັ້ນ, ຜົນງານອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ ໃນພາລະກິດປະຕິວັດ ທີ່ຍັງຄົງໄວ້ຄູ່ກັບຊາດລາວ ຕະຫລອດໄປ.
ຂ່າວ: ແສງຄຳ ສາລີວັນ, ພາບ: ຈັນສະໜອນ