(27.7.24) ການນຳແຂວງວຽງຈັນ ຮ່ວມກັບສະຖານທູດຫວຽດນາມ ປະຈຳລາວ ເຂົ້າວາງພວງມາລາ ຈູດທູບທຽນໄຫວ້ອາໄລ ເນື່ອງໃນໂອກາດ ວັນນັກຮົບເສຍສະຫລະຊີວິດເພື່ອຊາດຂອງຫວຽດນາມ ຄົບຮອບ 77 ປີ (27/07/1947- 27/07/2024 ) ຢູ່ຫໍສີລາຈາລຶກນັກຮົບວິລະຊົນລາວ-ຫວຽດ ນາມ ໂດຍມີ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ, ສະຫາຍ ຫງວຽນ ດິງ ຮ່າ ຮອງເລຂາຄະນະພັກປະຈຳ ລາວ, ເລຂາໂທ ສະຖານທູດຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະ, ບັນດາສະມາຄົມຫວຽດກຽວ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການວາງພວງມາລາ ຈູດທູບທຽນໄຫວ້ອາໄລ ເພື່ອລະນຶກເຖິງດວງວິນຍານຂອງນັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມ ເນື່ອງໃນໂອກາດ ຄົບຮອບ 77 ປີ ວັນນັກຮົບເສຍສະ ຫລະຊີວິດເພື່ອຊາດຂອງຫວຽດນາມ ຢູ່ຫໍສີລາຈາລຶກນັກຮົບວິລະຊົນລາວ-ຫວຽດນາມ ບ້ານໂພນແຮ່ ເມືອງທຸລະຄົມ ແລະ ບ້ານຜາຊ້າງ ເມືອງກາສີ.
ໂອກາດນີ້, ສະຫາຍ ຄຳພັນ ສິດທິດຳພາ ແລະ ສະຫາຍ
ຫງວຽນ ດິງ ຮ່າ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນຕໍ່ພິທີຄັ້ງນີ້ວ່າ: ລາວ ແລະ ຫວຽດນາມ, ຫວຽດນາມ-ລາວ ເປັນສອງຊາດທີ່ມີມູນເຊື້ອຄວາມສາມັກຄີອັນດີງາມ, ມີນໍ້າໃຈຊ່ວຍເຫລືອເຊິ່ງກັນ ແລະ ກັນ ແຕ່ດຶກດໍາບັນ ເຊິ່ງບັນພະບູລຸດຂອງສອງຊາດ ໄດ້ນໍາພາສ້າງ ພ້ອມທັງສັ່ງສອນມູນເຊື້ອດັ່ງກ່າວ ໃຫ້ພວກເຮົາຮຸ່ນລູກຫລານສືບທອດຊົ່ວກາລະນານ. ສອງຊາດພວກເຮົາມີຄວາມສະ ໜິດສະໜົມກັນ, ຄຽງບ່າຄຽງໄຫລ່ກັນຕໍ່ສູ້ສັດຕູຕົວດຽວກັນ.
ໃນໄລຍະເສິກສົງຄາມ, ສອງຊາດ ລາວ-ຫວຽດນາມ ໄດ້ຖືກພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະໃໝ່ ຮຸກຮານເຂັນຂ້າປະຊາຊົນ 2 ຊາດ ລາວ-ຫວຽດນາມ ຢ່າງໂຫດຮ້າຍປ່າເຖື່ອນ, ຍ້ອນດ້ວຍມູນເຊື້ອອັນພິລະອາດຫານ ແລະ ຮັກໃຄ່ສາມັກຄີ ສອງຊາດພວກເຮົາໄດ້ມີການຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ, ພ້ອມກັນຕໍ່ສູ້ຕ້ານພວກຈັກກະພັດຢ່າງພິລະອາດຫານ ຈົນເຮັດໃຫ້ພວກມັນປະລາໄຊ ແລະ ສາມາດປົດປ່ອຍທັງສອງປະເທດຊາດໄດ້ສຳເລັດ ໃນນັ້ນ, ບັນດາສະຫາຍທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ອຸທິດຕົນ ແລະ ເລືອດເນື້ອຊ່ວຍເຫລືອພາລະກິດປະຕິວັດຂອງຊາດລາວ ຈົນສາມາດປົດປ່ອຍປະເທດຊາດອອກຈາກແອກກົດຂີ່ຂອງສັດຕູ ນຳເອົາຄວາມສະຫງົບ ສຸກກັບຄືນສູ່ປະຊາຊົນລາວ.
ພາຍໃຕ້ບັນຍາກາດອັນເສົ້າສະຫລົດໃຈ ຕໍ່ດວງວິນຍານຂອງບັນດານັກຮົບວິລະຊົນ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ຕາງໜ້າ ໃຫ້ພັກ-ລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ເວົ້າລວມ, ເວົ້າສະເພາະແຂວງວຽງ ຈັນ ຂໍສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ກັບ ພັກ-ລັດ, ກອງທັບ ແລະ ປະຊາຊົນບັນດາເຜົ່າຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າຕໍ່ກັບການປະຕິວັດລາວ ພ້ອມ ດ້ວຍຄອບຄົວ, ພໍ່ແມ່, ລູກເມຍ ແລະ ຍາດພີ່ນ້ອງ ທີ່ໄດ້ສົ່ງລູກຫລານທີ່ຮັກແພງຂອງຕົນ ມາຊ່ວຍເຫລືອປະກອບສ່ວນໃນພາລະກິດອັນສູງສົ່ງ, ຄຽງບ່າຄຽງໄຫລ່ຕໍ່ສູ້ຮ່ວມກັບທະຫານ ແລະ ປະຊາຊົນລາວ ໃນຕະຫລອດໄລຍະສົງຄາມ ຈົນສາມາດຍາດໄດ້ໄຊຊະນະແລະ ສະຖາປະນາເປັນ ສປປ ລາວ, ເຊິ່ງຄຸນງາມຄວາມດີຂອງພວກສະຫາຍ ປະຊາຊົນລາວ-ຫວຽດນາມ ຈະຂໍຈົດຈຳຕະຫລອດໄປ ຂໍໃຫ້ດວງວິນຍານຂອງພວກສະຫາຍຈົ່ງໄປສູ່ສຸຂະຕິ.






