ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳແຂວງຫຼວງພະບາງເຂົ້າຮ່ວມເທດສະການດອກບານ ປະຈຳປີ 2025 ແລະງານວັດທະນະທຳ ກິລາ ແລະທ່ອງທ່ຽວບັນດາເຜົ່າ ຄັ້ງທີ VIII

Mar 18, 2025

ການນຳແຂວງຫຼວງພະບາງເຂົ້າຮ່ວມເທດສະການດອກບານ ປະຈຳປີ 2025 ແລະງານວັດທະນະທຳ ກິລາ ແລະທ່ອງທ່ຽວບັນດາເຜົ່າ ຄັ້ງທີ VIII
ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມ ດ້ວຍການນຳ ຈາກ 6 ແຂວງພາກເໜືອຂອງ ສປປ ລາວ ໄດ້ເຂົ້າ ຮ່ວມເທດສະການດອກບານ ປະຈຳປີ 2025 ແລະງານວັດທະນະ ທຳກິລາ ແລະທ່ອງທ່ຽວບັນດາເຜົ່າ ຄັ້ງທີ VIII ທີ່ແຂວງດຽນບຽນ.
ໄລຍະເດືອນມີນາ ເປັນລະດູທີ່ດອກບານ ຫຼື ດອກໄມ້ປ່າປະຈຳທ້ອງຖິ່ນ ໃນເຂດພາກເໜືອຂອງ ສສ ຫວຽດນາມ ກຳລັງເບັ່ງ ບານ ແລະເປັນໄລຍະ ທີ່ອົງການປົກຄອງການແຂວງດຽນບຽນ ໄດ້ຈັດເທດສະການດອກບານ ເພື່ອຍົກຍ້ອງຄຸນຄ່າ ແລະສົ່ງເສີມການອະນຸລັກ ມໍລະດົກວັດທະນະທຳພື້ນເມືອງ ພ້ອມທັງສົ່ງເສີມດ້ານການທ່ອງທ່ຽວໃນທ້ອງຖິ່ນ.
ດອກບານ ຈື່ງກາຍເປັນສັນຍະລັກແຫ່ງວັດທະນະທຳ ແລະເປັນຄວາມພາກພູມໃຈຂອງປະຊາຊົນ ໃນບັນດາແຂວງ ເຂດພາກເໜືອຂອງຫວຽດນາມເຊັ່ນ: ແຂວງດຽນບຽນ, ແຂວງເຊີນລາ, ແຂວງລາຍເຈົາ, ແຂວງລາວກາຍ ແລະແຂວງອາຍບາກ. ສະເພາະແຂວງດຽນບຽນ ເປັນເຂດທີ່ມີຕົ້ນດອກບານທີ່ຫຼາຍ ແລະສວຍງາມທີ່ສຸດ.
ງານຄັ້ງນີ້ ມີກິດຈະກຳຫຼາກຫຼາຍ ທີ່ຈັດຂຶ້ນ ເຊີ່ງຢູ່ນະຄອນດຽນບຽນຟູ ໄດ້ມີງານນິທັດສະການວັດທະນະທຳພື້ນເມືອງຂອງຊົນເຜົ່າ, ງານດົນຕີພື້ນເມືອງ, ເທດສະການວັດທະນະທຳ ແລະພິທີກຳຂອງປະຊາຊົນພື້ນເມືອງ. ໂອກາດນີ້ ບັນດາແຂກທີ່ເຂົ້າ ຮ່ວມງານໄດ້ຮັບຊົມ ການສະແດງສິລະປະວັນນະຄະດີຂອງບັນດາເຜົ່າ, ມີການຊີມອາຫານພື້ນເມືອງ ແລະສຳພັດກັບວິຖີຊີວິດ ວັດທະ ນະທຳຮີດຄອງປະເພນີຂອງຊົນເຜົ່າ.
ຂ່າວ-ພາບ: ວິລະກອນ ຈິດຕະກອນ