ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ການນຳແຂວງອຸດົມໄຊ ໂດຍມີທ່ານ ບຸນຄົງ ຫລ້າ ຈຽມພອນ ເຈົ້້າແຂວງອຸດົມໄຊ ແລະ ທ່ານ ຢາງ ຊາງລີ້ ປະທານກຸ່ມບໍລິສັດ ຊີຈີເອັນພາວເວີ້ ຈຳກັດ
ພ້ອມດ້ວຍຄະນະ ຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ, ເຊິ່ງພັດທະນາໂດຍ ບໍລິສັດ ຊີຈີເອັນ ເອັນເນີຈີ ເຕັກໂນໂລຢີລາວ ຈຳກັດ ໃນວັນທີ 29 ພຶດສະພາ 2025 ໂດຍໄດ້ຮັບການຕ້ອນຮັບ ຈາກຄະນະຜູ້ບໍລິຫານ ແລະ ພະນັກງານພາຍໃນບໍລິສັດ.
ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ໄດ້ຈັດຕັ້ງປະຕິບັດ ຢູ່ 7 ບ້ານ ຄື: ບ້ານກິ່ວຈະລຸ, ບ້ານຈອມອອງ, ບ້ານກີ່ວແຈບ, ບ້ານນາຖົ່ວ, ບ້ານນໍ້າບໍ່ຕາໄກ່, ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ນອນໃນ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາໝໍ້, ມີເນື້ອທີ່ 2.090 ກວ່າເຮັກຕາ, ມີ 1.009 ຕອນ ໃນນັ້ນ, ດິນລວມບ້ານ ມີ 53 ຕອນ, ເນື້ອທີ່ 67 ກວ່າເຮັກຕາ, ດິນທີ່ທົດແທນຄ່າເສຍຫາຍ ມີ 349 ຄອບຄົວ, ມີ 956 ຕອນ, ເນື້ອທີ່ 2.022 ກວ່າເຮັກຕາ, ມີວິຊາການ ແລະ ແຮງງານ ປະມານ 800 ຄົນ. ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ມີກໍາລັງຕິດຕັ້ງ 1.000 ເມກາວັດ, ຜະລິດພະລັງງານໄຟຟ້າ ສະເລ່ຍ 1.700 ກິກາວັດໂມງຕໍ່ປີ, ເຊັນສັນຍາ ສຳປະທານ ໃນວັນທີ 12 ກັນຍາ 2024. ປັດຈຸບັນຄວາມຄືບໜ້າໃນການກໍ່ສ້າງໂຄງການໄຟຟ້າແສງຕາເວັນ ເມືອງໄຊ ແລະ ເມືອງນາໝໍ້ ທີ່ພົ້ນເດັ່ນແມ່ນວຽກຕິດຕັ້ງແຜງ ໂຊລາເຊວ (Solarcell) ສໍາເລັດວຽກງານການຊົດເຊີຍທີ່ດິນ, ວຽກງານການອະນາໄມເຂດພື້ນທີ່ສະໜາມ ໂຊລາເຊວ (Solarcell) 95,74%, ວຽກງານການກໍ່ສ້າງເສັ້ນທາງເຂດພື້ນທີ່ສະໜາມ ໂຊລາເຊວ (Solarcell) 81,32%, ວຽກງານຕິດຕັ້ງເສົາ ໂຊລາເຊວ (Solarcell) 59,78%, ວຽກງານຕິດຕັ້ງໂຄງສ້າງ 3,56% ແລະ ສໍາເລັດວຽກງານການຕິດຕັ້ງແຜງ ໂຊລາເຊວ (Solarcell) 1,89%. ວຽກກໍ່ສ້າງສາຍສົ່ງໄຟຟ້າ ສຳເລັດການສຳຫລວດ ແລະ ຢັ້ງຢືນພື້ນທີ່ຊົດເຊີຍຂອງຖານເສົາ ຈຳນວນ 43 ຕົ້ນ ເທົ່າກັບ 74%, ສໍາເລັດວຽກງານການປົກປັກຮັກສາສິ່ງແວດລ້ອມວິສະວະກໍາສີຂຽວຕາມເສັ້ນທາງເຂົ້າອອກ 66,15% ແລະ ວຽກອື່ນໆອີກຈໍານວນໜຶ່ງ. ພ້ອມນີ້ທາງໂຄງການ ໄດ້ສ້າງຈຸດສັງເກດການປ້ອງກັນໄຟປ່າ ເພື່ອເປັນບ່ອນສັງເກດ, ຕິດຕາມການອະນຸລັກທຳມະຊາດ, ຄວາມປອດໄພໃນການເຝົ້າລະວັງ ແລະ ສັງເກດການຕ້ານອັກຄີໄພໃນຂອບເຂດອ້ອມຮອບໂຄງການ ພ້ອມທັງໄດ້ສ້າງເສັ້ນທາງເບຕົງເຂົ້າໄປຫາພື້ນທີ່ດັ່ງກ່າວ ເພື່ອອຳນວຍຄວາມສະດວກ ແລະ ສາມາດໃຊ້ຈຸດດັ່ງກ່າວເປັນບ່ອນຄ່ຽນຖ່າຍເຄື່ອງ, ວັດສະດຸອຸປະກອນ ຂອງໂຄງການກໍ່ສ້າງໄຟຟ້າແສງຕາເວັນ ແລະ ສະຖານີໄຟຟ້າ, ເຊິ່ງຄາດວ່າຈະຂາຍໄຟຟ້າຢ່າງເປັນທາງການໃນທ້າຍປີ 2025 ນີ້. ພາຍຫລັງໂຄງການໄດ້ສໍາເລັດການກໍ່ສ້າງ ແລະ ກ້າວເຂົ້າສູ່ໄລຍະດໍາເນີນງານ ກໍຈະກາຍເປັນໂຄງການຕົວແບບທີ່ຈະສາມາດສ້າງຜົນປະໂຫຍດທາງກົງ ແລະ ທາງອ້ອມ ໃຫ້ແກ່ທ້ອງຖິ່ນ ຕາມພັນທະຂອງສັນຍາ ແລະ ຈະກາຍເປັນສັນຍາລັກອັນໂດດເດັ່ນໃຫ້ແກ່ ສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ຕື່ມອີກ.
ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ມີຄວາມມຸ່ງໝັ້ນ ໃນການພັດທະນາແຫລ່ງພະລັງງານບົ່ມຊ້ອນຕ່າງໆ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງດ້ານໂຄງລ່າງພະລັງງານ ກັບບັນດາປະເທດໃນພາກພື້ນເວົ້່າລວມ, ເວົ້່າສະເພາະ ກັບ ສປ ຈີນ, ແນໃສ່ສ້າງໃຫ້ ສປປ ລາວ ກາຍເປັນຈຸດເຊື່່ອມຕໍ່ດ້ານການຊື້ຂາຍ ແລະ ແລກປ່ຽນພະລັງງານທີ່ສໍາຄັນໃນຕໍ່ໜ້າ.
ຂ່າວ: ຄຳພັນ ແກ້ວມະນີ







