ການນຳແຂວງເຊກອງ ວາງພວງມະລາ ແລະ ກະຕ່າດອກໄມ້ ໂອກາດວັນສ້າງຕັ້ງພັກ ຄົບຮອບ 70 ປີ

ຄະນະບໍລິຫານງານພັກແຂວງ-ອົງການປົກຄອງແຂວງເຊກອງ ນໍາໂດຍສະຫາຍ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆເຊກອງ ເຂົ້າວາງພວງມະລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າອະນຸສາວະລີປະທານ ໄກສອນ ພົມວິຫານ ໃນຕອນບ່າຍຂອງວັນທີ 21 ມີນາ 2025 ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025).
ໃນການວາງພວງມະລາ ແລະ ກະຕ່າດອກໄມ້ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກບຸນຄຸນ ຄຸນງາມຄວາມດີຂອງບັນພະ ບູລຸດ, ນັກຮົບປະຕິວັດ ທີ່ເສຍສະຫລະເລືອດເນື້ອ ເພື່ອຊາດ ເພື່ອປະຊາຊົນໃນສະໄໝຕໍ່ສູ້ກູ້ຊາດ ຢ່າງພິລະອາດຫານ ບໍ່ຍອມຈໍານົນ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ຂ່າວ-ພາບ: ອັດສະວິນ





