ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳແຂວງແລະການນຳເມືອງຈຳພອນລົງຢ້ຽມຢາມໂຮງງານຜະລິດຢາພື້ນເມືອງ

Nov 22, 2024

ວັນວັນທີ 21 ພະຈິກນີ້, ທ່ານ ບຸນໂຈມອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ແລະ ຄະນະນໍາເມືອງຈຳພອນ ໄດ້ຢ້ຽມ ຢາມໂຮງງານຜະລິດຢາພື້ນເມືອງຂອງທ່ານ ໝໍສີທຸຍ ສີຈັນທອນ ຕັ້ງຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ.
ໂອກາດດັ່ງກ່າວ, ທ່ານ ໝໍສີທຸຍ ສີຈັນທອນ ໄດ້ເລົ່າເຖິງຄວາມເປັນມາກ່ອນສ້າງໂຮງງານຜະລິດຢາພື້ນເມືອງລາວ, ໂດຍເລີ່ມຈາກການສືບທອດມາຈາກພໍ່. ຈາກນັ້ນ, ກໍມີໄດ້ມີຈຸດເລີ່ມຕົ້ນໃນການຄິດຄົ້ນຢາພື້ນເມືອງ ໂດຍໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽຂ້ອງ ແລະ ກະຊວງສາທາລະນະສຸກ ໃນການສ້າງໂຮງງານຂຶ້ນໃນປີ 2010 ມາຮອດປີ 2020 ແມ່ນໄດ້ມີການຄິດຄົ້ນຢາພື້ນເມືອງລາວໃຫ້ມີຄຸນນະພາບດີຂຶ້ນ ແລະ ໄດ້ເລີ່ມຜະລິດຢາເປັນຕົ້ນແມ່ນ: ຢາດີກະເພາະຊະນິດເປັນຢາຕົ້ມ, ຢາດີກະ ເພາະຊະນິດນໍ້າ, ຢາຊະນິດປິ່ນປົວອັກເສບໄຂ່ຫຼັງ ແລະ ໜີ້ວ, ຢາດີພະຍາດຍິງ, ຢາດີປະດົງຊະນິດຕົ້ມກິນ.
ທ່ານ ເຈົ້າແຂວງສະຫວັນນະເຂດ ແລະ ຄະນະນໍາເມືອງຈຳພອນ ໄດ້ຢ້ຽມຊົມເບິ່ງສະຖານທີ່ຕາກຢາພື້ນເມືອງຂອງໂຮງງານ ແລະ ຫ້ອງປຸງແຕ່ງຢາພື້ນເມືອງ, ການແພັກ ຫຼື ຂະໜາດຂອງສິນຄ້າຂອງໂຮງງານ, ການກໍ່ສ້າງໂຮງງານຜະລິດຢາພື້ນ ເມືອງ, ພ້ອມດຽວກັນນີ້ ທ່ານເຈົ້າແຂວງຍັງສະແດງຄວາມຊົມເຊີຍຕໍ່ທ່ານໝໍສີທຸຍສີຈັນທອນ ທີ່ໄດ້ຄິດຄົ້ນ ແລະ ປັບປຸງຢາພື້ນເມືອງທີ່ດີມີຄຸນນະພາບ ແລະ ໃຫ້ສືບຕໍ່ພັດທະນາໃຫ້ດີກວ່າເກົ່າ ເພື່ອຮັກສາມູນເຊື້ອຂອງຢາພື້ນເມືອງລາວ ແລະ ເພື່ອຮັບໃຊ້ປະຊາຊົນບັນດາເຜົ່າຄຽງຄູ່ສັງຄົມລາວຕໍ່ໄປ.
ຂ່າວ: ແຂວງສະຫວັນນະເຂດ