ໃນຕອນເຊົ້າວັນທີ 13 ທັນວາ 2024 ການນຳ ແຂວງ ສະຫວັນນນະເຂດ ເຊິ່ງນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ພ້ອມດ້ວຍການນຳຂອງແຂວງ, ຄະນະພັກ – ຄະນະບັນຊາ, ກົມກອງກອງອ້ມຂ້າງແຂວງ – ນະຄອນ, ພະແນກການ, ພະນັກງານລັດຖະກອນ, ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມພທີວາງກະຕ່າດອກໄມ້ ຢູ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ຈູດທູບຢູ່ອະນຸສອນສະຖານ ບ້ານໄຊຍະພູມ ເນື່ອງໃນໂອກາດສະເຫລີມສະຫລອງ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ( 13 ທັນວາ 1920 – 13 ທັນວາ 2024 )ໃນການເຂົ້າວາງກະຕ່າດອກໄມ້ຄັ້ງນີ້ມີທັງໝົດ 18 ພາກສວ່ນເຂົ້າຮ່ວມ







