ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳ ແຂວງໄຊຍະບູລີ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

Mar 21, 2025

ໃນຕອນເຊົ້າວັນທີ 21 ມີນານີ້, ໄດ້ຈັດພິທີວາງກະຕ່າດອກໄມ້ ຢູ່ໜ້າອານຸສອນສະຖານປະທານ ໄກສອນ ພົມວິຫານ ແຂວງ (ຢູ່ໜ້າຫ້ອງວ່າການແຂວງ) ຊຶ່ງນໍາໂດຍທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ.
ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ເນື່ອງໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດຂອງຊາດ, ຂອງພັກ ແລະ ຂອງປະຊາຊົນລາວບັນດາເຜົ່າ ຄືວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ. ດ້ວຍຄວາມຮູ້ບຸນຄຸນ ຕໍ່ກັບຜົນງານ, ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ໃນຖານະນໍາພາຜູ້ກໍຕັ້ງພັກປະຊາຊົນ ປະຕິວັດລາວ, ແມ່ນຜູ້ນຳທີ່ມີຄວາມປີຊາສາມາດສະຫຼາດສ່ອງໃສ, ເປັນບິດາແຫ່ງການປະຕິວັດຂອງລາວເຮົາ ປະທານ ໄກສອນ ພົມວິຫານ ໄດ້ເຂົ້າເປັນສະມາຊິກພັກຄອມມູນິດອິນດູຈີນ ໃນວັນທີ 6 ມັງກອນ 1949 ມາຮອດວັນທີ 20 ມັງກອນ ຂອງປີດຽວກັນເພິ່ນໄດ້ນໍາພາສ້າງຕັ້ງກອງລາດຊະວົງຂຶ້ນ ຊຶ່ງເປັນກອງທັບປະຊາຊົນລາວໃນປັດຈຸບັນ ແລະ ໄດ້ພ້ອມກັບບັນດາສະຫາຍທີ່ເປັນສະມາຊິກພັກຄອມມູນິດ ອິນດູຈີນ ສ້າງຕັ້ງພັກປະຊາຊົນລາວ ຂຶ້ນໃນວັນທີ 22 ມີນາ 1955. ພ້ອມດຽວກັນນີ້, ກໍໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີ ນັກຮົບນິລະນາມຂອງແຂວງ ຊຶ່ງມີທັງໝົດ 9 ຄະນະ.
ຂ່າວ+ພາບ: ຄໍາໝັ້ນ