ໃນວັນທີ 22 ກຸມພາ 2026 ນີ້, ທົ່ວປະເທດ ໄດ້ດຳເນີນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ເຊິ່ງຢູ່ໜ່ວຍປ່ອນບັດເລືອກຕັ້ງທີ່ 41 ນະຄອນ ຫລວງພະບາງ ແຂວງຫລວງພະບາງ, ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍພັນລະຍາ ແລະບັນດາການນຳ, ອະດີດການນຳພັກລັດ ຂອງແຂວງ, ຜູ້ຮັບສະໝັກເລືອກຕັ້ງທີ່ເປັນພະນັກງານ, ປະຊາຊົນ ແລະນັກສຶກສາ ເຂົ້າຮ່ວມ. ທົ່ວນະຄອນ ຫຼວງພະບາງ ມີພົນລະເມືອງ ທັງໝົດ 100,135 ຄົນ, ຍີງ 49,577 ຄົນ, ໃນນັ້ນ ມີຜູ້ມີສິດປ່ອນບັດເລືອກຕັ້ງ ທີ່ມີຄົບຕາມມາດຖານເງື່ອນໄຂຂອງການໃຊ້ສິດ ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທັງໝົດ 62,242 ຄົນ, ຍິງ 31,808 ຄົນ, ໃນນັ້ນ ມີຜູ້ສາມາດປ່ອນບັດ ຢູ່ໃນບ້ານຂອງຕົນ ຕາມສຳມະໂນຄົວ 55,106 ຄົນ, ຍີງ 29,069 ຄົນ, ຜູ້ໄປເຮັດວຽກຢູ່ຕ່າງປະເທດ ຕາມສຳມະໂນຄົວ 2,008 ຄົນ, ຍິງ 1,340 ຄົນ, ຜູ້ມີສິດປ່ອນບັດຢູ່ທ້ອງຖິ່ນອື່ນ ຂໍໃຊ້ສິດຢູ່ພາຍໃນນະຄອນ 1,102 ຄົນ, ຍິງ 534 ຄົນ, ໄດ້ກຳນົດໜ່ວຍປ່ອນບັດເລືອກຕັ້ງທັງໝົດ 76 ໜ່ວຍ. ສະເພາະໜ່ວຍປ່ອນບັດເລືອກຕັ້ງທີ່ 41 ມະຫາວິທະຍາໄລສຸພານຸວົງ ມີຜູ້ມີສິດປ່ອນເລືອກຕັ້ງຕາມບັນຊີທັງໝົດ 352 ຄົນ, ເຊິ່ງຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ພ້ອມກັນເຂົ້າຮ່ວມໃຊ້ສິດປ່ອນບັດເລືອກຕັ້ງຢ່າງຄຶກຄື້ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ສະຫງົບ, ປອດໄພ ແລະມີຄວາມເບີກບານມ່ວນຊື່ນ. ສຳລັບບັ້ນເລືອກຕັ້ງໃນຄັ້ງນີ້, ເຂດເລືອກຕັ້ງທີ່ 6 ແຂວງຫລວງພະບາງ ມີຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ຊຸດທີ X ທັງໝົດ 14 ທ່ານ, ເລືອກເອົາ 10 ທ່ານ ແລະມີຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງ ບັນດາເມືອງ-ນະຄອນ ຫລວງພະບາງ ເຂດລະ 7 ທ່ານ ເລືອກເອົາ 5 ທ່ານ. ທົ່ວແຂວງຫຼວງພະບາງ, ມີຜູ້ມີສິດປ່ອນບັດເລືອກຕັ້ງ ທັງໝົດ 299,875 ຄົນ, ຍິງ 148,550 ຄົນ, ໃນນັ້ນ ມີຜູ້ສາມາດປ່ອນບັດຢູ່ໜ່ວຍປ່ອນບັດ ໃກ້ບ້ານຂອງຕົນ ຕາມສຳມະໂນຄົວ 261,004 ຄົນ, ຍີງ 129,461 ຄົນ, ຜູ້ມີສິດປ່ອນບັດຢູ່ທ້ອງຖີ່ນອື່ນ ຕາມສຳມະໂນຄົວ 30,120 ຄົນ, ຍິງ 13,551 ຄົນ, ຜູ້ໄປເຮັດວຽກຢູ່ຕ່າງປະເທດ ຕາມສຳມະໂນຄົວ 10,196 ຄົນ, ຍີງ 5,449 ຄົນ, ຜູ້ມີສິດປ່ອນບັດຢູ່ທ້ອງຖິ່ນອື່ນ ຂໍໃຊ້ສິດຢູ່ພາຍໃນແຂວງ 10,027 ຄົນ, ຍິງ 3,192 ຄົນ.

ເພື່ອເຮັດໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຄັ້ງນີ້ ບັນລຸຜົນສຳເລັດຕາມ 4 ລະດັບຄາດໝາຍ ຫຼື 400% ຄະນະຄະນະກຳມະການເລືອກຕັ້ງຂັ້ນ ແຂວງຫຼວງພະບາງ ໄດ້ຊີ້ນຳໃຫ້ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ສຸມໃສ່ ປຸກລະດົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງ ຢ່າງຄົບຖ້ວນ 100%; ສຶກສາອົບຮົມໃຫ້ຜູ້ມີສິດເລືອກຕັ້ງ ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%; ຮັບປະກັນການປ່ອນບັດເລືອກຕັ້ງ ມີຄວາມສະຫງົບ ແລະມີຄວາມປອດໄພ 100% ແລະດຳເນີນການປ່ອນບັດໃຫ້ມີຄວາມໂປ່ງໃສ່ ແລະ ສຳເລັດຕາມກຳນົດເວລາ 100%.

ຂ່າວ-ພາບ: ອາພຸດເດດ ບຸບຜາ


