ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາຂັ້ນສູງ ສຊປປລ ເຂົ້າຮ່ວມກອງປະຊຸມພັດທະນາຊາວໜຸ່ມສາກົນ 2025 ທີ່ ສປ ຈີນ

Jul 16, 2025

ການນໍາຂັ້ນສູງ ສຊປປລ ເຂົ້າຮ່ວມກອງປະຊຸມພັດທະນາຊາວໜຸ່ມສາກົນ 2025 ທີ່ ສປ ຈີນ
ລະຫວ່າງວັນທີ 15-16 ກໍລະກົດ 2025ນີ້, ຄະນະຜູ້ແທນສູນກາງຊາວໜຸ່ມ ປປລາວ (ສຊປປລ) ນໍາໂດຍ ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານ ສຊປປລ ໄດ້ເດີນທາງໄປເຂົ້າຮວ່ມກອງປະຊຸມການພັດທະນາຊາວໜຸ່ມສາກົນ ປະຈຳປີ 2025 ພາຍໃຕ້ຫົວຂໍ້ “ ເສີມຂະຫຍາຍທ່າແຮງຂອງຊາວໜຸ່ມເພື່ອການພັດທະນາໃນໂລກ” ທີ່ເມືອງຊູໂຈ ແຂວງຈຽງຊູ ສປ ຈີນ, ໂດຍມີບັນດາການນໍາຈາກອົງການຈັດຕັ້ງຊາວໜຸ່ມ, ຜູ້ຕາງໜ້າຊາວໜຸ່ມຈາກ 100 ກວ່າປະເທດ ແລະ 17 ອົງການສາກົນໃນທົ່ວໂລກເຂົ້າຮ່ວມ.
ໃນກອງປະຊຸມຄະນະຜູ້ແທນຊາວໜຸ່ມລາວ ໄດ້ຂຶ້ນປະກອບຄໍາເຫັນໃນເວທີສົນທະນາວ່າດວ້ຍການພັດທະນາສີຂຽວ, ເຊິ່ງແມ່ນການສົ່ງເສີມມີສ່ວນຮ່ວມຂອງຊາວໜຸ່ມ ແລະ ທຸກຄົນໃນສັງຄົມ, ເນື່ອງຈາກວ່າ ຊາວໜຸ່ມ ແມ່ນກຳລັງແຮງ ຂອງຊາດ ແລະ ຈະກາຍເປັນຜູ້ນຳໃນອະນາຄົດ, ເພາະຄົນຮຸ້ນໜຸ່ມໄດ້ປະກອບສ່ວນໃນຫຼາຍກິດຈະກຳ ໃນເກືອບທຸກຂົງເຂດ ວຽກງານ ທີ່ຕິດພັນກັບການພັດທະນາສີຂຽວ ເຊັ່ນ: ການສຶກສາ, ການປູກຈິດສຳນຶກທາງດ້ານການປ່ຽນແປງ ດິນຟ້າອາກາດ, ອາສາສະໝັກເພື່ອປົກປັກຮັກສາສິ່ງແວດລ້ອມ – ຊີວະນານາພັນ, ການດຳເນີນທຸລະກິດໜຸ່ມ ທີ່ຕິດພັນກັບນະວັດຕະກຳໃຫມ່ ແລະ ອື່ນໆ.