ໃນວັນທີ 4 ເມສາ ນີ້ ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກ ກໍາປູເຈຍ ໄດ້ຕ້ອນຮັບການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ທູຕານຸທູດຕ່າງປະເທດປະຈໍາ ຣາຊະອານາຈັກ ກໍາປູເຈຍ ເຂົ້າເຊັນປຶ້ມ ແລະ ວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຊຶ່ງປະກອບມີ ພັກປະຊາຊົນກໍາປູເຈຍ (CPP) ຊຶ່ງນໍາໂດຍ ສົມເດັດອັກຄະໂມຫາຍັນຈັກຣິ ເຮັງ ສຳຣິນ ປະທານກິຕິມະສັກພັກປະຊາຊົນ ກຳປູເຈຍ ແລະ ປະທານກິຕິມະສັກທີ່ປຶກສາສ່ວນຕົວເຈົ້າຊີວິດ, ຕາງໜ້າສະພາສູງ ກຳປູເຈຍ ນຳໂດຍ ທ່ານ Ouch Borith ຮອງປະທານສະພາສູງຜູ້ທີ 1, ຮັກສາການປະທານສະພາສູງ ພ້ອມຄະນະ ແລະ ຕາງໜ້າຈາກສະພາແຫ່ງຊາດ ນໍາໂດຍ Samdech MohaRathsapheathika Thipadei KHUON SUDARY ຄຸນ ສຸດາຣີ ປະທານສະພາແຫ່ງຊາດ ພ້ອມຄະນະ ພ້ອມດຽວກັນນີ້ກໍມີ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ, ກະຊວງສໍານັກພຣະຣາດຊະວັງ ໂດຍການຕ້ອນຮັບຂອງທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພະນັກງານການທູດ, ເນື້ອໃນທີ່ ສົມເດັດອັກຄະມະຫາໂປເຍຍຈັກກຣີ ເຮັງ ສໍາຣິນ ໄດ້ຂຽນໃນປຶ້ມໄວ້ອາໄລ ວ່າ ພັກປະຊາຊົນ ກໍາປູເຈຍ (CPP) ຮູ້ສຶກເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮັບຊາບວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025 ດ້ວຍອາຍຸ 102 ປີ ພ້ອມທັງຕີລາຄາສູງຕໍ່ຜົນງານ ແລະ ຄຸນງາມຄວາມດີວ່າສະຫາຍ ພົນເອກ ຄໍາໄຕ ສີພັນດອນ ໄດ້ປະກອບສ່ວນສໍາຄັນຕໍ່ພາລະກິດຕໍ່ສູ້ກູ້ຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພາລະກິດປ່ຽນໃໝ່ ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຮັດແໜ້ນສາຍພົວພັນການຮ່ວມມືມິດຕະພາບແບບອ້າຍນ້ອງ ທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໂດຍສະເພາະແມ່ນລະຫວ່າງສອງພັກ-ລັດ. ການສູນເສຍຜູ້ນຳຂອງລາວໃນຄັ້ງນີ້ເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດບໍ່ພຽງແຕ່ພັກ-ລັດຖະບານ ແລະ ປະຊາຊົນລາວເທົ່ານັ້ນ ແຕ່ຍັງເປັນຂອງພັກ-ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ອີກດ້ວຍ ທີ່ໄດ້ສູນເສຍເພື່ອນສະຫາຍທີ່ຮັກແພງ, ປະກອບສ່ວນສໍາຄັນໃນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງປະເທດ ກໍາປູເຈຍ-ລາວ.
ພ້ອມດຽວກັນນັ້ນ ສົມເດັດອັກຄະໂມຫາຍັນຈັກຣີ ເຮັງ ສໍາຣິນ ໄດ້ຕາງໜ້າລັດຖະບານ ກໍຄືພັກປະຊາຊົນ ກໍາປູເຈຍ (CPP) ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດຄອບຄົວຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ທີ່ໄດ້ສູນເສຍການນໍານັກປະຕິວັດທີ່ສໍາຄັນຂອງພັກ ແລະ ຂໍໃຫ້ດວງວິນຍານຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຄະຕິພົບ.
ໃນໂອກາດດຽວກັນນີ້, Samdech MohaRathsapheathika Thipadei KHUON SUDARY ຄຸນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກໍປູເຈຍ ຍັງໄດ້ມອບສານສະແດງຄວາມເສົ້າສະຫຼົດໃຈໄວ້ອາໄລຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຖິງ ສະພາແຫ່ງຊາດ ແລະ ຄອບຄົວສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແລະ ຈາກນັ້ນ ຕາງໜ້າກະຊວງສໍານັກພຣະຣາດຊະວັງ ໄດ້ນໍາເອົາສານສະແດງຄວາມເສົ້າສະຫຼົດໃຈໄວ້ອາໄລ ຂອງເຈົ້າຊີວິດ Norodom Sihamoni ຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ມອບໃຫ້ສະຖານເອກອັກຄະລັດຖະທູດລາວ ເພື່ອສົ່ງຕໍ່ເຖິງ ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວອີກດ້ວຍ.
ໃນໂອກາດດັ່ງກ່າວທ່ານ ບົວແກ້ວ ພູມວົງໄຊ ກໍໄດ້ຕາງໜ້າພັກ ແລະ ລັດຖະບານ ກໍຄືຄອບຄົວຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ ພັກປະຊາຊົນ ກໍາປູເຈຍ ແລະ ສະພາແຫ່ງຊາດ ກໍຄືລັດຖະບານ ກຳປູເຈຍ ແລະ ຢືນຢັນຈະສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລາວ-ກໍາປູເຈຍ ໃຫ້ເຂົ້າສູ່ລວງເລິກ.
ໃນວັນດຽວກັນຍັງໄດ້ຕ້ອນຮັບບັນດາ ທູຕານຸທູດຕ່າງປະເທດ ປະຈຳຣາຊະອານາຈັກ ກຳປູເຈຍ ເຂົ້າມາເຊັມປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຊຶ່ງປະກອບມີ: ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ, ສະຖານເອກອັກຄະລັດຖະທູດ ຣັດເຊຍ, ສະຖານເອກອັກຄະລັດຖະທູດ ກູບາ, ສະຖານເອກອັກຄະລັດຖະທູດສະຫະລັດອາເມຣິກາ, ສະຖານເອກອັກຄະລັດຖະທູດ ຕວກກີ, ສະຖານເອກອັກຄະລັດຖະທູດ ມຽນມາ, ສະຖານເອກອັກຄະລັດຖະທູດ ອັງກິດ, ສະຖານເອກອັກຄະລັດຖະທູດ ອົສຕຣາລີ, ສະຖານເອກອັກຄະລັດຖະທູດ ເຢຍລະມັນ ແລະ ສະຖານເອກອັກຄະລັດຖະທູດ ບຣູໄນ ຈາກນັ້ນທ່ານ ບົວແກ້ວ ພູມວົງໄຊ ຍັງໄດ້ນໍາພາພະນັກງານສະຖານທູດ ຮ່ວມໄວ້ອາໄລຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ຢ່າງພ້ອມພຽງອີກດ້ວຍ.
ຂ່າວ-ພາບ: ຄໍາພັນ ຄອນມະນີ











