ພິທີຕ້ອນຮັບຂະບວນກ້ອນກຳລັງນັກກີລານະຄອນຫຼວງວຽງຈັນ (ນວ) ທີ່ສຳເລັດການເຂົ້າຮ່ວມແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ (ເປັນເຈົ້າຫຼຽນຄຳ) ຢ່າງສົມກຽດຈັດຂຶ້ນວັນທີ 23 ທັນວາ 2024 ທີ່ສວນປະຕູໄຊ ນວ ນໍາພາຂະບວນຄະນະຮັບຜິດຊອບ ຄູເຝິກ ແລະ ນັກກິລາໂດຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ອອກຕ້ອນຮັບໂດຍທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນວ ບັນດາຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ຄູອາຈານ ແລະ ນັກຮຽນ.
ທ່ານ ສົມພອນ ສອນດາລາ ໄດ້ກ່າວລາຍງານວ່າ: ນວ ໄດ້ສົ່ງຄະນະຮັບຜິດຊອບ ຄູເຝິກ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 279 ຄົນ ຍິງ 115 ຄົນ ເຂົ້າຮ່ວມແຂ່ງຂັນ 12 ປະເພດກິລາ ແຂ່ງຂັນວັນທີ 10-22 ທັນວາ 2024 ໃນໄລຍະແຂ່ງຂັນນັກກິລາໄດ້ເອົາໃຈໃສ່ເຝິກຊ້ອມ ແລະ ອະນຸກຳມະການຕ່າງໆເອົາໃຈໃສ່ໃກ້ຊິດຕິດແທດ ອັນໄດ້ເຮັດໃຫ້ສາມາດຍາດໄດ້ຫຼຽນລື່ນຄາດໝາຍທີ່ວາງໄວ້ ເຊິ່ງມັນສະແດງໃຫ້ເຫັນຄາດໝາຍໃຫ້ໄດ້ 25 ຫຼຽນຄຳ ຕົວຈິງໄດ້ 26 ຫຼຽນຄຳ ລື່ນຄາດໝາຍ 1 ຫຽນຄຳ ກີລາດີເດັ່ນແມ່ນແລ່ນລານ ຄາດໝາຍ 5 ຫຼຽນ ຕົວຈິງໄດ້ 8 ຫຼຽນ ກິລາເຕະຄວັນໂດ ຄາດໝາຍ 3 ຫຼຽນຄຳ ຕົວຈິງໄດ້ 7 ຫຼຽນ ເປັນເຈົ້າຫຼຽນຄຳ ໝາກເສິກຄາດໝາຍ 2 ຫຼຽນ ຕົວຈິງໄດ້ 4 ຫຼຽນ ເປັນເຈົ້າຫຼຽນຄຳ ແລະ ເປຕັງຄາດໝາຍ 2 ຫຼຽນ ຕົວຈິງໄດ້ 4 ຫຼຽນ ເປັນເຈົ້າຫຼຽນຄຳ ລວມທັງໝົດໄດ້ 26 ຫຼຽນຄຳ 21 ຫຼຽນເງິນ ແລະ 29 ຫຼຽນທອງ ລວມທັງໝົດ 76 ຫຼຽນ ອັນໄດ້ເຮັດໃຫ້ ນວ ເປັນເຈົ້າຫຼຽນຄຳ ເຊິ່ງຜົນ ສຳເລັດທີ່ຍາດມາໄດ້ນັ້ນຍ້ອນການຊີ້ນໍາຢ່າງໃຊ້ສິດຈາກຄະນະນໍາ ນວ ຜູ້ປະກອບການປະກອບສ່ວນວັດຖຸປັດໄຈ ຜູ້ປົກຄອງນັກກິລາ ແລະ ຄູອາຈານໃຫ້ກຳລັງໃຈ.
ໂອກາດນີ້ທ່ານ ນາງ ລໍາພອຍ ສີອັກຄະຈັນ ຕາງໜ້າໃຫ້ຄະນະນໍາ ນວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາອະນຸກຳມະການ ຄູເຝິກ ແລະ ນັກກິລາທຸກຄົນທີ່ປະຕິບັດໜ້າທີ່ການເມືອງ ມີຜົນສຳເລັດຍາດໄດ້ເປັນເຈົ້າຫຼຽນຄຳຄັ້ງນີ້ ແລະ ຜົນສຳເລັດກໍຍ້ອນຄວາມເອົາໃຈບຸກບືນຫ້າວຫັນ ມີຄວາມຮັບຜິດຊອບສູງ ແລະ ມີຄວາມສາມັກຄີຢ່າງແໜ້ນແຟ້ນ ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ເຝິກຊ້ອມກິລາແຕ່ລະປະເພດ ກຽມໃສ່ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ ນວ ເປັນເຈົ້າພາບປີ 2025 ພ້ອມກັນຮັກສາມູນເຊື້ອໃຫ້ເປັນເຈົ້າຫຼຽນຄຳອີກຄັ້ງ.
ທີ່ມາ: ວຽງຈັນໃໝ່







