ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍານະຄອນຫຼວງວຽງຈັນ ວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼ່ໍ່ປະທານໄກສອນ

Mar 21, 2025

ວັນທີ 21 ມີນາ 2025 ຄະນະພັກອົງການປົກຄອງແລະສະພາປະຊາຊົນນະຄອນຫຼວງວຽງຈັນ(ນວ)​ ນໍາໂດຍ ສະ​ຫາຍ ຊົງເລົາ ຢົງນູ ຮອງເລຂາຄະນະພັກ ນວ​ ໄດ້ນໍາເອົາກະຕ່າດອກໄມ້ໄປວາງຢູ່ຕໍ່ໜ້າຮູບຫຼ່ໍປະທານໄກສອນ​ ພົມວິຫານ​ ຢູ່ສຳນັກງານປົກຄອງ ນວ​ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/ 2025) ເພື່ອສະແດງຄວາມເຄົາລົບຮັກກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງປະທານໄກ ສອນ ພົມວິຫານ​ ຜູ້ນໍາທີ່ດີເດັ່ນແລະເຄົາລົບຮັກຂອງພັກລັດ ແລະ ປວງຊົນລາວທັງຊາດ.​
ຂ່າວ: ສົມສະຫວັນ