ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍານະຄອນຫຼວງ ຕິດຕາມສະພາບນໍ້າຖ້ວມລຽບຕາມຄອງລະບາຍນໍ້າອອກຈາກຕົວເມືອງ

Sep 23, 2024

ວັນທີ 22 ກັນຍາ 2024 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມ ຄະນະລົງຕິດຕາມເບິ່ງສະພາບນໍ້າຖ້ວມຄອງລະບາຍນໍ້າອອກຈາກຕົວເມືອງໄຫຼລົງສູ່ແມ່ນໍ້າຂອງ.
ການລົງຕິດຕາມເບິ່ງສະພາບນໍ້າຖ້ວມຄັ້ງນີ້ໄດ້ຂີ່ເຮືອເລາະເບິ່ງນໍ້າຖ້ວມສອງຟາກຄອງລາຍນໍ້າເລີ່ມຈາກຂົວບ້ານໄຮ່ຄຳໄປຫາຂົວບ້ານຈອມສີເມືອງໄຊເສດຖາ ແລະ ໄປສິ້ນສຸດຢູ່ບ້ານສ້າງຫົວບໍ່ ເມືອງໄຊທານີ ມີໄລຍະທາງ 10 ກວ່າໂລແມັດ ຜ່ານການຂີ່ເລາະເບິ່ງສະພາບຕົວຈິງເຫັນວ່ານໍ້າຖ້ວມຫຼາຍສົມຄວນເນື່ອງຈາກ ນໍ້າທີ່ໄຫຼອອກຈາກຕົວເມືອງໄປຕາມຄອງແຕ່ບຶງທາດຫຼວງຫາຫ້ວຍໝາກຮຽວ ເມືອງປາກງື່ມ ບໍ່ສາມາດໄຫຼອອກໄປໃສ່ນໍ້າຂອງຍ້ອນລະດັບນໍ້າຂອງຂຶ້ນສູງກວ່າລະດັບນໍ້າທາງໃນຈຶ່ງຈຳເປັນຕ້ອງໄດ້ປິດປະຕູນໍ້າຫ້ວຍໝາກຮຽວ ຈຶ່ງເຮັດໃຫ້ລະດັບນໍ້າທາງໃນຍຶ່ງສູງຂຶ້ນນັບແຕ່ທ້າຍເດືອນສິງຫາ 2024 ເປັນຕົ້ນມາ ໂດຍລວມແລ້ວສະພາບນໍ້າໄດ້ຍຶ່ງຂຶ້ນຖ້ວມເຮືອນຊານ ຮ້ານອາຫານ ຮ້ານຂາຍເຄື່ອງ ເນື້ອທີ່ທຳການຜະລິດກະສິກຳເຂົ້ານາປີ ສວນ ໜອງປາ ຄອກສັດລ້ຽງ ຄອງຊົນລະປະທານ ແລະ ອື່ນໆ ຂອງປະຊາຊົນທີ່ຢູ່ລຽບຕາມຄອງນໍ້າສອງຟາກບ້ານຈອມສີ ນາໄຫ ນາໂນ ສ້າງຫົວບໍ່ ແລະ ບ້ານອື່ນໆ ກວມເອົາເມືອງໄຊເສດຖາ ໄຊທານີ ຫາດຊາຍຟອງ ແລະ ເມືອງປາກງື່ມ.
ປັດຈຸບັນນີ້ລະດັບນໍ້າຍັງຂຶ້ນສູງຍ້ອນວ່າແຕ່ລະວັນມີຝົນຕົກເຮັດໃຫ້ປະລິມານນໍ້າຝົນທີ່ຕົກລົງໃສ່ອ່າງໂຕ່ງເຂດຕົວເມືອງເປັນຈຳນວນຫຼາຍເຖິງວ່າຜ່ານມາພາກສ່ວນກ່ຽວຂ້ອງໄດ້ໃຊ້ຈັກດູດນໍ້າທາງໃນອອກສູ່ນໍ້າຂອງຈຸດຫ້ວຍໝາກຮຽວກໍຕາມ ສາມາດແກ້ໄຂໄດ້ບາງສ່ວນ ແຕ່ຍັງມີຫຼາຍຈຸດມີສະພາບນໍ້າຖ້ວມທາງໃນເປັນເວລາຫຼາຍວັນສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ ເນື້ອທີ່ທຳການຜະລິດ ເນື້ອທີ່ສວນ ແລະ ອື່ນໆຂອງປະ ຊາຊົນ.
ໂອກາດທ່ານເຈົ້າຄອງ ນວ ໄດ້ນໍາເອົາເຄື່ອງອຸປະ ໂພກ- ບໍລິ ໂພກທີ່ຈຳເປັນໄປມອບໃຫ້ອຳນາດການປົກຄອງບ້ານຈອມສີ ນາໂນ ແລະ ບ້ານນາໄຫ ເພື່ອໄປມອບຕໍ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມເປັນການບັນເທົາທຸກແກ້ໄຂສຸກ ເສີນ ແລະ ເຄື່ອງທີ່ນໍາໄປມອບໃຫ້ປະຊາຊົນຄັ້ງນີ້ກໍໄດ້ມາຈາກການປະກອບສ່ວນຂອງພາກສ່ວນຕ່າງໆທັງພາກລັດ ຫົວໜ່ວຍທຸລະກິດ ແລະ ນິຕິບຸກຄົນທີ່ມາມອບໃຫ້ຫ້ອງວ່າການ ນວ.
ທີ່ມາ:ວຽງຈັນໃໝ່