ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາພັກ-ລັດແຂວງບໍ່ແກ້ວ ໄດ້ເຂົ້າວາງພວງມາລາຢູ່ທີ່ອານຸສາວະລີ ໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 70 ປີ.

Mar 22, 2025

ການນໍາພັກ-ລັດແຂວງບໍ່ແກ້ວ ໄດ້ເຂົ້າວາງພວງມາລາຢູ່ທີ່ອານຸສາວະລີ ໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 70 ປີ.
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ. ຕອນເຊົ້າຂອງວັນທີ 22 ມີນາ 2025 ນີ້. ການນໍາພັກ-ລັດ ແຂວງບໍ່ແກ້ວ ນໍາໂດຍທ່ານ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອານຸສອນສະຖານ ນັກຮົບ ນິລະນາມ( ຄ້າຍປ່າໄລ່ ) ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິ່ງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດ ຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດາສະມາຊິກພັກນັກຮົບປະ ຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດຂື້ນຢ່າງສະຫ່ງາຜ່າເຜີຍ ໃນວັນທີ 2 ທັນ ວາ 1975.
ພາຍຫຼັງສໍາເລັດການວາງພວງມາລາທີ່ອານຸສາວະລີ ນັກຮົບ ນິລະນາ ( ຄ້າຍປ່າໄລ່ )ແລ້ວ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດ.
ຂ່າວ: ບຸນຈັນ ມະນີໄຊ