ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາພັກ-ລັດ ລາວ ຖອດຖອນໄດ້ບົດຮຽນ ແລະປະສົບການຫລາຍດ້ານຈາກສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ຊື່ງກາຍເປັນບົດຮຽນອັນລ້ຳຄ່າສຳລັບພັກ, ລັດ ແລະປະຊາຊົນລາວ ໂດຍສະເພາະວຽກງານກໍ່ສ້າງພັກ ແລະບຳລຸງສ້າງພະນັກງານ.

Jul 24, 2024

ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດລາວ ໄດ້ໃຫ້ສໍາພາດເຖິງຄວາມຮູ້ສຶກຕໍ່ການຈາກໄປຂອງສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ໃນວັນທີ 20 ກໍລະກົດນີ້ວ່າ: ສະຫາຍ ຫງວຽນຟູຈ້ອງ ແມ່ນເພື່ອນມິດສຸດທີ່ສະນິດສະໜົມ, ຮັກແພງຂອງຂ້າພະເຈົ້າ ແລະ ປະຊາຊົນລາວບັນດາເຜົ່າ ຊື່ງການຈາກໄປຂອງສະຫາຍ ເປັນຄວາມສູນເສຍທີ່ໜັກໜ່ວງ ແລະໃຫ່ຍຫລວງທີ່ສຸດຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ສໍາລັບພວກຂ້າພະເຈົ້າຍິ່ງມີຄວາມໂສກເສົ້າເສຍໃຈຫລາຍ ແລະ ຄິດຮອດຄິດເຖິງຢ່າງສຸດຊື້ງ ເນື່ອງຈາກສະຫາຍເປັນເພື່ອນມິດທີ່ເຮັດວຽກນໍາກັນ ແລະເປັນພະນັກງານຜູ້ດີເດັ່ນຂອງພັກ ລັດຫວຽດນາມ ເປັນຜູ້ສືບທອດມູນເຊື້ອຂອງປະທານໂຮ່ຈິມິງຜູ້ຍິ່ງໃຫ່ຍ, ສ້າງປະຫວັດສາດອັນເລິກເຊິ່ງ, ຍາວນານຂອງສອງຊາດລາວ-ຫວຽດນາມ ຊຶ່ງເຮັດໃຫ້ການພົວພັນຮ່ວມມືແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍ ແລະເພີ່ມພູນຄູນສ້າງຕະຫລອດມາ.
ທ່ານ ຈູມມະລີ ໄຊຍະສອນ ຢັ້ງຢືນຕື່ມວ່າ: ພາຍໃຕ້ການຊີ້ນໍາໆພາຂອງສະຫາຍ ຫງວຽນຟູຈ້ອງ ເມື່ອທ່ານຍັງມີຊີວິດຢູ່ນັ້ນ ໄດ້ສຸມທຸກເຫື່ອແຮງ ແລະອຸທິດຕົນເອງ ເພື່ອປະເທດຊາດ ເພື່ອເສີມຂະຫຍາຍການຮ່ວມມື ລະຫວ່າງສອງປະເທດ ແມ່ນໄດ້ຍຶດໝັ້ນ ແລະສອດຄ່ອງຕາມເນື້ອໃນຍຸດທະສາດຂອງປະທານໂຮ່ຈິມິງ, ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຊື່ງຍາມໃດກໍ່ໃຫ້ການຊ່ວຍເຫລືອຊຶ່ງກັນ ແລະກັນ, ຮ່ວມມືກັນຢ່າງຮອບດ້ານ ກາຍເປັນມູນເຊື້ອທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ຊຶ່ງບໍ່ມີປະເທດໃດໃນໂລກ ມີພຽງແຕ່ສອງປະເທດລາວ-ຫວຽດນາມ ເທົ່ານັ້ນ ໃນໂອກາດນີ້ ທ່ານ ຈຸມມະລີ ໄຊຍະສອນ ຍັງໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ມີຕໍ່ການຊ່ວຍເຫລືອການປະຕິວັດລາວໃນເມື່ອກ່ອນ ກໍ່ຄືການປະກອບສ່ວນຊ່ວຍເຫລືອການພັດທະນາເສດຖະກິດ-ສັງຄົມ ຂອງລາວໃນປັດຈຸບັນ, ເຖິງວ່າສະຫາຍ ຫງວຽນຟູຈ້ອງ ຈະຈາກໄປກໍ່ຕາມ ແຕ່ຂ້າພະເຈົ້າຂໍໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຊີ້ນໍາໃຫ້ຄົນຮຸ້ນຫລັງຮໍ່າຮຽນເອົາແບບຢ່າງ ແລະເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດ, ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂດຍ: ຈັນທະສອນ
May be an image of 1 person and dais