ໃນຕອນເຊົ້າວັນທີ 5 ກຸມພາ 2025 ທີ່ສະໂມສອນເມືອງ, ການນໍາພັກ-ລັດ ເມືອງເຟືອງ, ແຂວງວຽງຈັນ ນໍາພາໂດຍ ສະ ຫາຍ ຄໍາເພັດ ຈັນສົມພູ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆເຟືອງ ໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ຂອງທ່ານ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເນື່ອງໃນໂອກາດທີ່ເມືອງເຟືອງ ຈະດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII ຢ່າງເປັນທາງການ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ຊຶ່ງທ່ານເປັນຜູ້ ສ້າງຕັ້ງກອງທັບປະຊາຊົນລາວ, ຜູ້ສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະແມ່ນຜູ້ນໍາພາດໍາເນີນພາລະກິດປ່ຽນແປງໃໝ່, ໂດຍກິນເຂົ້າບໍ່ລືມຄຸນນາ, ກິນປາບໍ່ລືມນໍ້າ, ມີອາດິດຈຶ່ງມີປັດຈຸບັນ, ມີປັດຈຸບັນຈຶ່ງມີອານາຄົດ, ສະນັ້ນເພື່ອສືບທອດມູນເຊື້ອພາລະກິດປະຕິວັດ, ຊີວິດຜົນງານການເຄື່ອນໄຫວຂອງທ່ານປະທານ ໄກ ສອນ ພົມວິຫານ, ຄະນະພັກ-ຄະນະນໍາເມືອງເຟືອງ ຂໍຮໍ່າຮຽນເອົາແບບຢ່າງ ຄຸນງາມ ຄວາມດີ, ແບບແຜນດໍາລົງຊີວິດ, ຄຸນສົມ ບັດສິນທໍາປະຕິວັດ, ບົດຮຽນອັນປະເສີດເລີດລໍ້າ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງຂອງທ່ານ ໜູນໃຊ້ເຂົ້າໃນວຽກງານຕົວຈິງ, ເປັນເຈົ້າການປະກອບສ່ວນເຂົ້າໃນພາລະກິດປະຕິວັດຊາດປະຊາ ທິປະໄຕໃຫ້ໄປຕາມຈຸດປະສົງທີ່ວາງໄວ້, ເອົາໃຈໃສ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ມູນເຊື້ອອັນດີງາມ ແລະຄວາມສະໝານສາມັກຄີກັນ, ເພື່ອພ້ອມກັນປົກປັກຮັກສາ ແລະສ້າງສາພັດທະນາ, ບ້ານເມືອງ ໃຫ້ມີຄວາມຈະເລີນກ້າວໜ້າ.
ຈາກນັ້ນການນໍາເມືອງ ຍັງໄດ້ໄປວາງກະຕ່າດອກໄມ້ທີ່ຫໍສີລາຈາ ລຶກຕົ້ນແຕ້ ທີ່ວັດບ້ານນາທົ່ວ ເພື່ອ ລະລຶກເຖິງຄຸນງາມຄວາມດີຈໍານວນ 17 ທ່ານ ຜູ້ທີ່ໄດ້ອຸທິດຊີວິດ ເລືອດເນື້ອເຫື່ອແຮງເຂົ້າໃນພາລະກິດປະຕິວັດຊາດປະຊາທິປະໄຕ, ກໍຄືການຕໍ່ສູ້ກັບຈັກກະພັດຕ່າງດ້າວທີ່ເຂົ້າມາຮຸກຮານຢ່າງອົງອາດກ້າຫານ ຈົນຍອມເສຍສະຫຼະຊີວິດຂອງຕົນເອງ ເພື່ອປະເທດຊາດບ້ານເມືອງ.
ຂ່າວ:ຈັນທະສອນ ສີຫານາດ.
ພາບ:ຕາລີເຊ້ຍ ລໍ່ມີໄຊ








