ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາພັກ-ລັດ ແຂວງຄໍາມ່ວນ ຮ່ວມວາງພວງມະລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ຄົບຮອບ 70 ປີ.

Mar 21, 2025

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955 – 22 ມີນາ 2025 ). ຕອນເຊົ້າວັນທີ 21 ມີນາ 2025 ການນໍາພັກ – ລັດ ແຂວງຄໍາມ່ວນ ນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານໃນຄະນະບໍລິຫານງານພັກແຂວງ ແລະ ອົງການຈັດຕັ້ງທຸກພາກສ່ວນອ້ອມຂ້າງແຂວງ, ໄດ້ເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ ຈູດທູບທຽນ ຢູ່ທີ່ ອານຸສາວະລີ ນັກຮົບນິລະນາມ, ອານຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ອານຸສອນ 21 ມີນາ ປະທານ ສຸພານຸວົງ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ຜູ້ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອຊາດໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຢ່າງອົງອາດກ້າຫານ.