ການນໍາເມືອງສາມັກຄີໄຊ ເຂົ້າຮ່ວມຂະບວນຄາລະວານສູ່ຖານທີ່ໝັ້ນ ການປະຕິວັດເຂດລາວໃຕ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ວັນທີ 20 ມີນາ 2025 ການນໍາເມືອງສາມັກຄີໄຊເຂົ້າຮ່ວມຂະບວນຄາລະວານສູ່ຖານທີ່ໝັ້ນ ການປະຕິວັດເຂດລາວໃຕ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955-22 ມີນາ 2025) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊິວິດ ເພື່ອປະເທດຊາດຄົບຮອບ 79 ປີ ( 21 ມີນາ 1946-21 ມີນາ 2025 ) ທີ່ ບ້ານອຸດົມໄຊ ເມືອງສະໜາມໄຊ ແຂວງອັດຕະປື. ນໍາໂດຍ ທ່ານ ຄຳໝັ້ນ ສີສະໝຸດ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການພ້ອມດ້ວຍພະນັກງານລັດຖະກອນເຂົ້າຮ່ວມ. ໃນພິທີໄດ້ຮັບຟັງການຫວນຄືນມູນເຊື້ອວັນທີ 22 ມີນາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955 – 22 ມີນາ 2025 ), ຮັບຟັງປະຫວັດຄວາມເປັນມາຂອງຖານທີ່ໝັ້ນເຂດໃຕ້ ໂດຍສັງເຂບ ແລະ ຮັບຟັງການເລົ່າຄືນມູນເຊື້ອວັນທີ 21 ມີນາ ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊິວິດ ເພື່ອປະເທດຊາດ ຄົບຮອບ 79 ປີ ( 21 ມີນາ 1946-21 ມີນາ 2025 ).
ຂ່າວ-ພາບ: ຂາວພອນ






