ວັນທີ27 ມັງກອນ 2025 ນີ້, ທ່ານ ສຸກກະເສີມ ສີຫານຸວົງ, ຫົວໜ້າຫ້ອງວ່າການແຂວງ, ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາຂອງແຂວງຈໍາປາສັກລົງຕິດຕາມເບິ່ງອາການບາດເຈັບ ແລະ ຢື້ຢາມຖາມຂ່າວຜູ້ທີ່ຖືກບາດເຈັບຈາກການເກີດອຸບັດເຫດລົດເມໂດຍສານ ວຽງປາກເຊ-ວຽງຈັນ ເສຍຫຼັກລົງຂ້າງທາງໄປຕໍາໃສ່ຕົ້ນໄມ້ໃນວັນທີ 26 ມັງກອນ2025.
ການຢ້ຽມຢາມຄັ້ງນີ້, ທ່ານ ສຸກກະເສີມ ສີຫານຸວົງ ໄດ້ສະແດງຄວາມຢື້ຢາມຖາມຂ່າວເຖິງອາການບາດເຈັບຂອງຜູ້ປະສົບອຸບັດເຫດ ຈໍານວນ 3 ຄົນທີ່ນອນປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ ເຫັນວ່າມີອາການດີຂຶ້ນ.
ຂ່າວ-ພາບ: ຈັນທະວີສັກ





