ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາແຂວງຈໍາປາສັກ ຢ້ຽມຢາມໃຫ້ກໍາລັງໃຈປະຊາຊົນທີ່ປະສົບໄພນໍ້າຖ້ວມ

Sep 25, 2024

ວັນທີ 24 ກັນຍາ 2024, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ບ້ານສະພານໄຊ ນະຄອນປາກເຊ.
ທ່ານ ເຈົ້າແຂວງ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ອະທິບາຍກ່ຽວກັບສະພາບໄພນໍ້າຖ້ວມ ໃນປີນີ້ ເຊິ່ງເກີດຂຶ້ນຍ້ອນທໍາມະຊາດ, ແຕ່ແນວໃດກໍດີ, ພັກ ແລະ ລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນຄະນະພັກ – ອົງການປົກຄອງແຂວງຈໍາປາສັກ ໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງນໍາພາ – ຊີ້ນໍາການຈັດຕັ້ງທຸກຂັ້ນ ໃຫ້ເອົາໃຈໃສ່ກະກຽມຄວາມພ້ອມຮັບມືກັບໄພນໍ້າຖ້ວມທີ່ເກີດຂຶ້ນໃນປີນີ້ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງພົນລະເມືອງ ຫຼື ຖ້າມີກໍໃຫ້ມີໜ້ອຍທີ່ສຸດ.
ພ້ອມນີ້ ທ່ານເຈົ້າແຂວງ ໄດ້ມອບໝີ່, ນໍ້າດື່ມ ແລະ ປາກະປ໋ອງ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອຊ່ວຍບັນເທົາທຸກປະຊາຊົນໃນໄລຍະສຸກເສີນ.
ໃນວັນດຽວກັນ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະໂອ້ລົມ ພ້ອມທັງມອບໝີ່, ນໍ້າດື່ມ ແລະ ປາກະປ໋ອງ ໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ບ້ານແກ ແລະ ບ້ານໂພນສະອາດ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ