ການນໍາແຂວງຈໍາປາສັກ ເຄື່ອນໄຫວອວຍພອນປີໃໝ່ຢູ່ 6 ແຂວງຂອງຫວຽດນາມ

ທ່ານ ໂສມ ບຸດຕະກຸນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆຈໍາປາສັກ, ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ອວຍພອນປີໃໝ່ຂອງຊາວຫວຽດນາມ ຢູ່ 6 ແຂວງຂອງ ສສ ຫວຽດນາມ ຄື: ແຂວງດັກລັກ, ເລີມດົ່ງ, ແຄັງຮວ່າ, ບິ່ງດິ້ງ, ຢາລາຍ ແລະ ແຂວງກອນຕູມ ໂດຍການຕ້ອນຮັບອັນອົບອຸ່ນຈາກ ຄະນະພັກ-ຄະນະນໍາຂອງແຕ່ລະແຂວງ.
ໂອກາດນີ້, ທ່ານ ໂສມ ບຸດຕະກຸນ ໄດ້ຕາງໜ້າໃຫ້ອົງຄະນະພັກ-ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຂໍອວຍພອນໄຊອັນປະເສີດມາຍັງ ອົງຄະນະພັກ, ອົງການການປົກຄອງ ແລະ ປະຊາຊົນ ຊາວແຂວງດັກລັກ, ແຂວງເລີມດົ່ງ, ແຂວງແຄັງຮວ່າ, ແຂວງບິ່ງດິ້ງ, ແຂວງຢາລາຍ ແລະ ແຂວງກອນຕູມ; ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳ ເລັດໃນໜ້າທີ່ອັນມີກຽດ, ອວຍພອນແດ່ສາຍພົວພັນຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ຫວຽດ ນາມ-ລາວ ເວົ້າລວມ, ເວົ້າສະເພາະ ກໍຄືບັນດາແຂວງພາກກາງຂອງ ສສ ຫວຽດ ນາມ ແລະ ແຂວງຈໍາປາສັກ ໃນການຮ່ວມມືຮອບດ້ານໃຫ້ນັບມື້ນັບມີຄວາມເຂັ້ມແຂງ, ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ ແລະ ມີປະສິດທິພາບສູງຂຶ້ນຫຼາຍກວ່າເກົ່າ, ໝັ້ນຄົງຂະທະນົງແກ່ນຕະຫຼອດການລະນາ.
ພິເສດ ໃນໂອກາດທີ່ເຄື່ອນໄຫວ ຢ້ຽມຢາມແຂວງຢາລາຍ ໄດ້ຈັດພິທີການປະດັບຫຼຽນໄຊແຮງງານຊັ້ນ I ໃກ້ກົມກອງ ແລະ ຫຼຽນໄຊອິດສະຫຼະຊັ້ນ III ໃຫ້ແກ່ບຸກຄົນ ໃຄະນະນໍາຂອງແຂວງຢາລາຍຈໍານວນ 3 ທ່ານ, ທີ່ມີຜົນງານ, ຄຸນງາມຄວາມດີ ໃນການພົວພັນຮ່ວມມື ແລະ ຊ່ວຍເຫຼືອທຶນຮອນ ໃນການພັດທະນາແຂວງຈໍາປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 (18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022).
Cr. ຫ້ອງວ່າການແຂວງຈໍາປາສັກ




