ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາແຂວງຈໍາປາສັກ​ ເຄື່ອນໄຫວອວຍພອນ​ ນາຍ ແລະ ພົນທະຫານຫຼາຍກົມກອງ ຢູ່ເມືອງປະທຸມພອນ

Feb 13, 2025

ການນໍາແຂວງຈໍາປາສັກ​ ເຄື່ອນໄຫວອວຍພອນ​ ນາຍ ແລະ ພົນທະຫານຫຼາຍກົມກອງ ຢູ່ເມືອງປະທຸມພອນ
ວັນທີ 12 ກຸມພາ 2025, ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈໍາປາສັກ​ ຮອງປະທານຄະນະກໍາມະກາຍປ້ອງກັນຊາດ​ – ປ້ອງກັນຄວາມສະຫງົບແຂວງ​ ພ້ອມຄະນະ ໄດ້ເຄື່ອນໄຫວອວຍ ພອນ ນາຍ ແລະ ພົນທະຫານຫຼາຍກົມກອງ ທີ່ຕັ້ງຢູ່ເມືອງປະທຸມພອນ ຄື: ກອງພັນ 608, ໂຮງຮຽນການທະຫານທ້ອງຖິ່ນແຂວງ (ປ່າອາວ),​ ກອງບັນຊາການທະຫານເມືອງປະທຸມພອນ, ກອງຕີພິເສດ ຫຼັກ​ 28,​ ກອງຮ້ອຍສືບຂ່າວ ແລະ ສູນອົບຮົມນ້ຳພາກ ທີ່ຂຶ້ນກັບກອງພົນທະຫານຮາບທີ 5 ເນື່ອງໃນໂອກາດວັນທີ 20 ມັງກອນ ເຊີ່ງເປັນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.​
ສະຫາຍຮອງເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະ ນະ​ ໄດ້ຮັບຟັງລາຍງານໂດຍຫຍໍ້ ຈາກການນໍາບັນດາກົມກອງທີ່ເຄື່ອນໄຫວ​ອວຍພອນ ໂດຍຍົກໃຫ້ເຫັນກ່ຽວກັບສະພາບລວມ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ​ຂອງແຕ່ລະ​ກົມກອງ​ໃນໄລຍະທີ່ຜ່ານມາ.​
ສະຫາຍ ສະນັ່ນ ສີພາພົມມະຈັນ ໄດ້ມີຄຳເຫັນໂອລົມຕໍ່ຄະນະ ພັກ​ – ຄະນະບັນຊາ,​ ນາຍ ແລະ ພົນທະຫານ​ແຕ່ລະກົມກອງທີ່ເຂົ້າຮ່ວມ, ພ້ອມທັງອວຍພອນໄຊຄະນະພັກ​ – ຄະນະບັນຊາ,​ ພະນັກງານ​ – ນັກຮົບກຳລັງປະກອບອາວຸດ​ກອງ​ຮ້ອຍດັ່ງກ່າວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ພ້ອມກັນສືບຕໍ່ຮັກສາທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ເພື່ອເຮັດສຳເລັດໜ້າທີ່ອັນມີກຽດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ການເຄື່ອນໄຫວຄັ້ງນີ້ ຍັງໄດ້ມອບເຄື່ອງອຸປະໂພກ​ -​ ບໍລິໂພກ ໃຫ້ແຕ່ລະກົມກອງ ລວມມູນຄ່າທັງໝົດ 60​ ລ້ລ້ານກວ່າກີບ.
Cr: ສີສົມບູນ