ເມື່ອບໍ່ດົນມານີ້, ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ປະທານຄະນະກຳມະການຄຸ້ມຄອງໄພພິບັດ ແຂວງບໍ່ແກ້ວ, ທ່ານ ສຸກຂະ ຫຼຽນທອງຄຳ ປະທານກວດກາພັກ-ລັດແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ໄດ້ລົງຢ້ຽມຢາມ ແລະ ກວດກາສະພາບ ທັງປະເມີນຜົນເສຍຫາຍເບື້ອງຕົ້ນຂອງຜົນກະທົບຈາກໄພນ້ຳຖ້ວມ ຢູ່ບັນດາບ້ານທີ່ຢູ່ໃຕ້ເຂື່ອນນ້ຳທາ 1.
ເມືອງຜາອຸດົມ ມີບ້ານທີ່ໄດ້ຮັບຜົນເສຍຫາຍຫຼາຍກວ່າໝູ່ແມ່ນ: ບ້ານຫາດໜາມ, ບ້ານຫາດຫ້ອມ ແລະ ບ້ານຫາດໂຊນ, ຊຶ່ງຈໍານວນບ້ານດັ່ງກ່າວ ແມ່ນຖືກນໍາຖ້ວມ ແລະ ໄຫຼຊຸ ເຮັດໃຫ້ມີເຮືອນຊານ, ພາຫະນະ, ໂຮງສີເຂົ້າ, ເຂົ້າຂອງເຄື່ອງໃຊ້, ມີເຂົ້າເປືອກ, ເຂົ້າສານ, ສັດປີກ ແລະ ໝູ ຖືກນ້ຳຖ້ວມ, ມີຈຳນວນໜຶ່ງກໍຖືກນ້ຳພັດໄຫຼ. ນອກນີ້, ຍັງມີເນື້ອທີ່ນາ, ສວນປູກພືດ ກໍໄດ້ຮັບການເສຍຫາຍເຊັ່ນດຽວກັນ, ດິນຕາມຕາຝັ່ງໄດ້ເຊາະເຈື່ອນ, ເສັ້ນທາງເຂົ້າຫາບ້ານໄດ້ຖືກຕັດຂາດ, ລະບົບນ້ຳລິນເປ່ເພ, ສະພາບແວດ ລ້ອມບໍລິເວນບ່ອນທີ່ນ້ຳຖ້ວມ ມີຄວາມເປິເປື້ອນເຕັມໄປດ້ວຍດິນຕົມ ແລະ ເສດໄມ້ທັບຖົມ. ຊຶ່ງສ້າງຄວາມ ຫຍຸ້ງຍາກລຳບາກໃນການດຳລົງຊີວິດ ແລະ ການສັນຈອນໄປ-ມາ, ສ່ວນມູນຄ່າຄວາມເສຍຫາຍທັງໝົດຍັງບໍ່ສາມາດສະຫຼຸບໄດ້.
ຄະນະຮັບຜິດຊອບໄດ້ລາຍງານໃຫ້ຮູ້ວ່າ: ໄພນໍ້າຖ້ວມໃນຄັ້ງນີ້, ແມ່ນຢູ່ໃນລະຫວ່າງວັນ 9-11 ກັນຍາ 2024 ຜ່ານມາ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນທັງໝົດ 105 ຫຼັງຄາເຮືອນ, ມີ 124 ຄອບຄົວ.
ປັດຈຸບັນ ຄະນະພັກ, ອົງການປົກຄອງບ້ານ ໄດ້ລະດົມປະຊາ ຊົນພາຍໃນບ້ານຂອງຕົນ ຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບ ເກັບມ້ຽນສິ່ງກີດຂວາງ, ອະນາໄມທຳຄວາມສະອາດເຮືອນເພື່ອໃຫ້ມີບ່ອນຢູ່ອາໃສ, ພ້ອມທັງໄດ້ສະເໜີຂັ້ນເທິງຊ່ວຍສ້ອມແປງເສັ້ນ ທາງ, ໄຟຟ້າ, ສັນຍານໂທລະສັບໃຫ້ຊົມໃຊ້ໄດ້ປົກກະຕິ, ຂໍໃຫ້ຈັດ ສັນພູມລຳເນົາໃຫ້ຄອບຄົວທີ່ຢູ່ໃກ້ສາຍນ້ຳທາ ຊຶ່ງມີຄວາມສ່ຽງຕໍ່ການເກີດນໍ້າຖ້ວມ ໃຫ້ໄປຢູ່ບ່ອນທີ່ປອດໄພ.
ໂອກາດນີ້, ທ່ານ ຄຳຜະຫຍາ ພົມປັນຍາ ໄດ້ມີຄຳເຫັນຕໍ່ອົງການປົກຄອງບ້ານ, ປະຊາຊົນບັນດາບັນເຜົ່າ ຈົ່ງພ້ອມກັນແບ່ງປັນ, ອົບອຸ່ນຈິດໃຈ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ທາງດ້ານແຮງງານ, ວັດຖຸສິ່ງຂອງໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ) ແລະ ເກັບກຳຂໍ້ມູນຜົນເສຍຫາຍໃນຄັ້ງນີ້ໃຫ້ເປັນອັນລະອຽດເພື່ອລາຍງານຂັ້ນເທິງຂໍການຊ່ວຍເຫຼືອ, ຮຽກຮ້ອງໃຫ້ປະຊາຊົນບັນ ດາເຜົ່າທີ່ອາໄສຢູ່ລຽບຕາມແຄມສາຍນ້ຳທາຈົ່ງມີສະຕິລະວັງຕົວສູງ ເປັນເຈົ້າການປະຕິບັດຕາມແຈ້ງການ ຫຼື ຮັບຟັງຂໍ້ມູນຂ່າວ ສານທາງສືອອນລາຍທາງການ ກ່ຽວກັບການເຝົ້າລະວັງເຫດການນ້ຳຖ້ວມ, ເພື່ອຫຼຸດຜ່ອນຄວາມເສຍຫາຍທີ່ຈະເກີດຂຶ້ນ.
ຂ່າວ: ສາຍສະໝອນ ແກ້ວວິສິດ






