ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາແຂວງວຽງຈັນ ວາງພວງມາລາ ແລະ ກະຕ່າດອກໄມ້ໃນໂອກາດວັນຊາດ

Nov 28, 2024

ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ (2/12/1975-2/12/2024)ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ (13/12/1920-13/12/2024) ຄົບຮອບ 104 ປີ, ການນຳແຂວງວຽງຈັນ ນຳໂດຍ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງວຽງຈັນ ໄດ້ເຂົ້າວາງພວງມາລາຫນ້າອະນຸສາວະລີນັກຮົບນີລະນາມ ກອງບັນຊາການທະຫານແຂວງວຽງຈັນ ແລະ ວາງກະຕ່າດອກໄມ້ ໜ້າຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ (ທີ່ອະນຸສາວະລີ ປະ ທານ ໄກສອນ ພົມວິຫານ), ເພື່ອລະນຶກເຖິງຄຸນງາມຄວາມດີຂອງທ່ານປະທານ ໄກສອນ ພົມວິຫານ, ລະນຶກເຖິງຄຸນຄວາມດີຂອງບັນດາອ້າຍນ້ອງທະຫານທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມ.
ທີ່ມາ: ແຂວງວຽງຈັນ ໂພສ