ເນື່ອງໃນໂອກາດວັນສະຖາປະນາ ສປປລາວ ຄົບຮອບ 49 ປີ (ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2024). ໃນວັນທີ 2 ທັນວາ ຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າກອງບັນຊາການ ປກສ-ປກຊ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງວ່າການແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການເງິນແຂວງ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວຜູ້ເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີ ທີ່ກອງຮ້ອຍສູນເສຍອົງຄະ ເຊ 17 ເມືອງພີນ, ຢ້ຽມຢາມ ແລະ ມອບເຄື່ອງໃຫ້ປ້າສີຍອນ ນັກຮົບແຂ່ງຂັນແຫ່ງຊາດ. ໃນຕອນບ່າຍຂອງວັນດຽວກັນ ກໍໄດ້ໄປຢ້ຽມຢາມ ຄອບຄົວທ່ານ ພັນເອກ ຄຳເມີງ ແສນທະວົງ ນັກຮົບແຂ່ງຂັນແຫ່ງຊາດ, ອາດີດຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ຢ້ຽມຢາມ ແລະ ມອບເຄື່ອງໃຫ້ຄອບຄົວທ່ານ ພັນເອກ ທອງຄຳ ແສງວົງຄຳ ເມືອງອຸທຸມພອນ ເພື່ອເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນ ຄວາມຈົງຮັກພັກດີຕໍ່ນັກຮົບປະຕິວັດ ທີ່ຕໍ່ສູ້ເພື່ອປົດປ່ອຍຊາດ ແລະ ໄດ້ຮັບການພັດທະນາມາເຖິງທຸກວັນນີ້.
ຂ່າວ: ສະຫວັນນະເຂດ





