ໃນລະຫວ່າງວັນທີ 17-18 ກັນຍາ 2024 ນີ້, ບັນດາການນໍາແຂວງຫລວງນໍ້າທາ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົົບຈາກໄພນ້ຳຖ້ວມ ຢູ່ເມືອງຫລວງນໍ້າທາ ເປັນຕົ້ນ ບ້ານນ້ຳຈ້າງ 13 ຫລັງຄາເຮືອນ, ບ້ານທົ່ງອົ້ມ 43 ຫລັງ, ບ້ານຫົວຂົວ 200 ຫລັງ, ບ້ານດອນສຳພັນ 206 ຫລັງ, ບ້ານໜອງບົວວຽງ 9 ຫລັງ, ບ້ານໂພນໄຊ 36 ຫລັງ, ບ້ານໄຊສົມບູນ 14 ຫລັງ, ບ້ານນາເຕີຍ 124 ຫລັ, ບ້ານນ້ຳແກນ້ອຍ 14 ຫລັງ, ບ້ານຫ້ວຍຫ້ອມ 3 ຫລັງ, ບ້ານຫ້ວຍດຳ 4 ຫລັງ, ບ້ານນ້ຳແດງ 10 ຫລັງ, ບ້ານຕາຫວ່ານ 79 ຫລັງ ເຊິ່ງເຄື່ອງທີ່ນຳມາມອບປະກອບມີ: ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ, ນ້ຳດື່ມ ແລະ ຢາ ໂດຍມອບໃຫ້ນາຍບ້ານແຕ່ລະບ້ານ ນຳເອົາເຄື່ອງຊ່ວຍເຫລືອນີ້ ໄປມອບຕໍ່ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້.
ໂອກາດນີ້, ບັນດາການແຂວງຫລວງນ້ຳທາ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ກັບຊີວິດການເປັນຢູ່, ການດຳລົງຊີວິດຂອງປະຊາຊົນ. ພ້ອມທັງໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ ແລະ ທຸກພາກສ່ວນ ໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນສູ້ຊົນຜ່ານພົ້ນວິກິດໃນຄັ້ງໄປດ້ວຍດີ, ປັບປຸງຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ຕິດພັນກັບການປ້ອງກັນພະຍາດລະບາດທີ່ອາດຈະເກີດຂຶ້ນ.
ຂ່າວ: ມຸນຕີ






