ວັນຊາດ ທີ 2 ທັນວາ 2024 ສະຫາຍ ສຸກັນ ບຸນຍົງ ຮອງເລຂາບໍລີຫານງານພັກແຂວງ ຫຼວງພະບາງ ພ້ອມດ້ວການນໍາຂອງແຂວງ ໄດ້ເຂົ້າຮ່ວມວາງ ກະຕ່າດອກໄມ້ ແລະຈູດທູບ ເຄົາລົບ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ),ອານຸສາວະລີ ປະທານ ໄກສອນ ພົມວິຫານ ອບະທ່ານ ປະທານ ສຸພານຸວົງ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.





