ເນື່ອງໃນໂອກາດ ວັນສະຖາປານາ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ(01 ຕຸລາ 1949 – 01 ຕຸລາ 2024), ວັນທີ 20 ກັນຍາ, ທ່ານ ຂັນຄຳ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ນຳກະຕ່າດອກໄມ້ ເຂົ້າອວຍພອນທ່ານ ຈ່າງ ເສີຜິງ ກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ເພື່ອຊົມເຊີຍຜົນສຳເລັດການພັດທະນາຂອງຈີນ ແລະ ຂອບໃຈຈີນທີ່ໄດ້ຊ່ວຍເຫຼືອລາວມາເປັນເວລາດົນນານ, ລວມທັງການຊ່ວຍເຫຼືອໄພນ້ຳຖ້ວມໃນໄລຍະມໍ່ໆມານີ້.
ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ກ່າວວ່າ: ຂໍອວຍພອນໃຫ້ມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ ແລະ ໝັ້ນຄົງທະນົງແກ່ນ, ພວກເຮົາເປັນຄູ່ຮ່ວມສະຕາກຳດຽວກັນກັນ, ເປັນເພື່ອນບ້ານທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນເພື່ອນມິດທີ່ດີເຊິ່ງກັນ ແລະ ກັນມາ ແຕ່ດົນນານ ແລະ ຈະຮັກສາມູນເຊື້ອອັນດີນີ້ໃຫ້ຈົນຮອດຮຸ່ນລູກຮຸ່ນຫຼານສືບທອດຕໍ່ໄປ. ສໍາລັບການຄວບຄຸມ ແລະ ການບັນເທົາທຸກໄພພິບັດແຂວງຫຼວງພະບາງຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັບບັນດາແຂວງ ແລະ ນະຄອນຂອງຈີນ ເພື່ອຊ່ວຍສ້າງປະຊາຄົມຮ່ວມມືໃນອະນາຄົດລະຫວ່າງລາວ ແລະ ຈີນ.
ທ່ານ ຈ່າງ ເສີຜິງ (Zhang Sheping ) ໄດ້ສະແດງຄວາມກ່າວຂອບໃຈ ແລະ ໄດ້ຊົມເຊີຍເປັນພິເສດ ພ້ອມທັງ ໄດ້ແນະນຳຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນຊຸດທີ 20 ວ່າ: ຈີນຈະສືບຕໍ່ປັບປຸງການປະຕິຮູບຢ່າງເລິກເຊິ່ງກ່ວາອີກ ແລະ ຊຸກຍູ້ການຫັນເປັນທັນສະໄໝແບບຈີນ. ພາຍໃຕ້ການຊີ້ນຳຂອງການນຳຂັ້ນສູງຂອງສອງປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ໄດ້ດຳເນີນໄປໃນລະດັບສູງ. ກົງສູນໃຫຍ່ຍິນດີສືບຕໍ່ຊຸກຍູ້ການແລກປ່ຽນ, ການຮ່ວມມືເພື່ອຮ່ວມກັນສ້າງປະຊາຄົມຈີນ-ລາວໃນອະນາຄົດ.
ທີ່ມາ: CMG FM93




