ໃນວັນທີ 2 ທັນວາ 2024 ນີ້, ການນໍາແຂວງເຊກອງ ນໍາໂດຍສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ໜ້າຮູບຫລໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໃນໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975-2 ທັນວາ 2024).
ການວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້, ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ ແລະຈາລຶກຄຸນງາມຄວາມດີຕໍ່ວິລະຊົນແຫ່ງຊາດ, ນັກຮົບປະຕິວັດ, ນາຍ ແລະ ພົນທະຫານ ຕະຫລອດຮອດປະຊາຊົນລາວບັນດາເຜົ່າທີ່ເສຍສະຫລະຊີວິດ-ເລືອດເນື້ອ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ເພື່ອຍາດເອົາເອກະລາດ ຈົນສາມາດນຳພາປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ຂ່າວ-ພາບ: ສັນຍາ






