ການນຳແຂວງໄຊຍະບູລີ ເຂົ້າວາງພວງມາລາຢູ່ສຸສານກອງບັນຊາການທະຫານ ແຂວງໄຊຍະບູລີ ໃນວັນທີ 20 ມັງກອນ 2025 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ເຊິ່ງນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ການນຳເມືອງ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.
ການວາງພວງມາໃນຄັ້ງນີ້ ເພື່ອເປັນການໄຫວ້ອາໄລເຖິງຜົນ ງານ, ຄຸນງາມຄວາມດີນ້ຳໃຈເສຍສະຫລະຂອງພະນັກງານ-ນັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ ເລືອດເນື້ອເຫື່ອແຮງເພື່ອປະ ເທດຊາດ ໃນພາລະກິດປະຕິວັດຕໍ່ສູ້ກູ້ຊາດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອປະຊາຊົນ, ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວ ໄວ້ໄດ້ຢ່າງໝັ້ນຄົງຕະຫລອດມາ.
ຂ່າວ-ພາບ: ສົມພົງ





