ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາແຂວງໄຊສົມບູນ ຢ້ຽມຢາມ ແລະ ອວຍພອນປີໃໝ່ການນຳແຂວງເຫງະອານ,

Jan 20, 2025

ໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ ປີ 2025, ຄະນະຜູ້ແທນແຂວງໄຊສົມບູນ ນຳໂດຍ ສະຫາຍ ເລັ່ງຊົ່ງ ຕົງສີ, ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ການນຳແຂວງເຫງະອານ, ກອງບັນຊາການທະຫານເຂດ 4 ແລະ ກຸ່ມບໍລິສັດຮ່ວມມືເສດຖະກິດໂກເອກໂກ, ຢູ່ ແຂວງເຫງະອານ, ສສ ຫວຽດນາມ ລະຫວ່າງ ວັນທີ 15-17 ມັງກອນ 2025.
ໃນລະຫວ່າງ ການເຂົ້າອວຍພອນ ໄດ້ຮັບກຽດຈາກການນຳແຂວງເຫງະອານ ໃຫ້ການຕ້ອນຮັບ ໂດຍ ສະຫາຍ ບຸຍ ດິ່ງ ລອງ, ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງເຫງະອານ ພ້ອມດ້ວຍຄະນະ.
ການໄປຢ້ຽມຢາມ ແລະ ອວຍພອນບັນດາແຂວງຂອງ ສສ ຫວຽດນາມ, ບັນດາການຈັດຕັ້ງທີ່ໄດ້ມີການຮ່ວມມືກັບແຂວງໄຊສົມບູນ ໃນຄັ້ງນີ້ເພື່ອເປັນການປະກອບສ່ວນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ- ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ໂດຍສະເພາະແມ່ນການຮ່ວມຂອງໄຊສົມບູນແລະແຂວງກັບບັນແຂວງ ແລະ ອົງການຈັດຕັ້ງຕ່າງໆ ຂອງ ສ.ສ ຫວຽດນາມນາມ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ແຕກດອກອອກຜົນຕະຫຼອດ ການ.
ທີ່ມາ: ຈົດໝາຍຂ່າວໄຊສົມບູນ