ການນໍາແຂວງ ວາງພວງມະລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 70 ປີ

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955–22 ມີນາ 2025 ), ໃນຕອນເຊົ້າວັນທີ 22 ມີນາ 2025 ນີ້ ການນໍາພັກ – ລັດ ແຂວງບໍລິຄຳໄຊ ນໍາໂດຍ ທ່ານ ສອນທະນູ ທຳມະວົງ ກໍາມະການ ສູນ ກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ອົງການຈັດຕັ້ງທຸກພາກ ສ່ວນອ້ອມຂ້າງແຂວງ, ໄດ້ເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ ຈູດທູບທຽນ ຢູ່ທີ່ອານຸສາວະລີນັກຮົບນິລະນາມ, ອານຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ອານຸສອນສະ ຖານທ່ານ ສີສົມພອນ ລໍວັນໄຊ ເພື່ອເປັນການສະແດງຄວາມ ເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ຜູ້ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອຊາດໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຢ່າງອົງອາດກ້າຫານ.
ຂ່າວ-ພາບ: ຄຳຟອງ




