ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດວັນສຳຄັນທາງປະ ຫວັດສາດຂອງພັກ-ຂອງຊາດ, ຂອງກອງທັບ ແລະ ຂອງປະຊາຊົນລາວບັນດາເຜົ່າຄື: ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນລະນຶກ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ໃນຕອນເຊົ້າຂອງວັນທີ 2 ທັນວາ 2022 ການນໍາແຂວງ ໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມການນໍາຫຼັກແຫຼ່ງຂອງແຂວງ ໄດ້ເຂົ້າວາງກະຕ່າດອກໄມ້ໜ້າຮູບປັ້ນຂອງ ປະທານໄກສອນພົມວິຫານ.
ໃນພິທີ ທ່ານ ອາເມ ສົງເຢຍເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນກ່າວບົດສະດຸດດີ, ທ່ານໄດ້ກ່າວວ່າ: ທ່ານປະທານໄກສອນ ພົມວິຫານ ເປັນຜູ້ລິເລີ່ມພາລະ ກິດປ່ຽນແປງໃໝ່ຢ່າງມີຫຼັກການ ແລະ ໄດ້ຮັບຜົນສຳເລັດຢ່າງໜ້າພາກພູມໃຈ, ນັບແຕ່ມື້ໄດ້ເຄື່ຶອນໄຫວປະຕິວັດຈົນຮອດມື້ສຸດທ້າຍຂອງຊີວິດ, ເພີ່ນໄດ້ຝຶກຝົນຫຼໍ່ ຫຼອມຕົນເອງໃນຂະບວນການຕໍ່ສູ້ກູ້ຊາດ ແລະ ການສ້າງສາພັດທະນາປະເທດຊາດ ກວ່າເຄິ່ງສະຕະວັດ ລ້ວນແຕ່ໄດ້ຮັບຄວາມເຄົາລົບຮັກຈາກທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໃນສະໄໝຕໍ່ສູ້ກູ້ຊາດ ໄດ້ຮ່ວມທຸກ, ຮ່ວມສຸກ, ຮ່ວມເປັນ, ຮ່ວມຕາຍກັບພະນັກງານ, ນັກຮົບ ແລະ ປະຊາຊົນຊັ້ນຄົນຕ່າງໆ, ໄດ້ເຄື່ອນໄຫວຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ດ້ວຍນ້ຳໃຈເສຍສະຫຼະອັນສູງສົ່ງ ເພື່ອໄຊຊະນະຂອງພາລະກິດປະ ຕິວັດ, ມາໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພີ່ນກໍໄດ້ສືບຕໍ່ອຸທິດຕົນສຸມກຳລັງ, ເຫື່ອແຮງ, ສະ ຕິປັນຍາເຂົ້າໃນການກໍ່ສ້າງບູລະນະລະ ບອບໃໝ່ ເຮັດໃຫ້ການປະຕິບັດ 2 ໜ້າທີ່ຍຸດທະສາດ ດໍາເນີນໄປຢ່າງໜັກແໜ້ນ ປະເທດຊາດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ສະເພາະແຂວງໄຊຍະບູລີຂອງພວກເຮົາ ຊຶ່ງເປັນແຂວງທີ່ຕັ້ງຢູ່ຝັ່ງຂວາຂອງແມ່ນ້ຳຂອງ ມີຊາຍແດນຕໍ່ແຜ່ນກັບປະເທດທີ່ມີລະບອບການເມືອງແຕກຕ່າງກັນ, ນັບແຕ່ມື້ປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາ ພວກອິດທິກຳລັງປໍລະປັກ ແລະ ພວກກຸ່ມຄົນບໍ່ຫວັງດີໄດ້ສຸມໃສ່ມ້າງເພທຳລາຍພວກເຮົາດ້ວຍຫຼາຍຮູບແບບ, ຍ້ອນຄວາມເປັນຫ່ວງເປັນໄຍ ປະທານ ໄກສອນ ພົມວິຫານ ໄດ້ລົງຊີ້ນຳຂະບວນການກໍ່ສ້າງຮາກຖານການເມືອງ ຢູ່ແຂວງໄຊຍະບູລີ ເພື່ອແກ້ໄຂ 2 ຂອດອ່ອນຄື: ຂະບວນການອ່ອນ ແລະ ພະນັກງານອ່ອນ, ນັບແຕ່ມີຂະບວນການຫັນລົງກໍ່ສ້າງຮາກຖານຈຶ່ງເຮັດໃຫ້ແຂວງໄຊຍະບູລີຂອງພວກເຮົາ ໄດ້ຮັບການພັດທະນາຮອບດ້ານຢ່າງເຂັ້ມແຂງ ແລະ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ໃນວັນດຽວກັນການນໍາຂອງແຂວງກໍ່ໄດ້ເຂົ້າວາງພວງມະລາທີ່ອານຸສາວະລີ ນັກຮົບນິລະນາມຕື່ມອີກ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ