ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາໃຊ້ AI ເຂົ້າໃນການພັດທະນາອຸດສາຫະກໍາການທ່ອງທ່ຽວຂອງຈີນ ເປັນບົດຮຽນທີ່ດີແກ່ລາວ ແລະ ຫຼາຍປະເທດ

Jun 3, 2025

 

     ປັດຈຸບັນ, ເຕັກໂນໂລຊີ AI ໄດ້ກາຍເປັນເຄື່ອງມືທີ່ມີປະສິດທິຜົນສູງ ເຮັດໃຫ້ຫຼາຍປະເທດໃນໂລກໂດຍສະເພາະປະເທດທີ່ມີເຕັກໂນໂລຊີທັນສະໄໝນໍາໃຊ້ AI ຢ່າງກວ້າງຂວາງ ໂດຍສະເພາະໃນອຸດສາຫະກໍາການທ່ອງທ່ຽວ ເພາະສາມາດຊ່ວຍເພີ່ມປະສິດທິພາບໃນການບໍລິຫານຈັດການ ການທ່ອງທ່ຽວ ແລະ ສ້າງຄວາມສະດວກສະບາຍໃຫ້ແກ່ນັກທ່ອງທ່ຽວເປັນຢ່າງດີ.

ຈີນ ແມ່ນປະເທດໜຶ່ງທີ່ສາມາດນໍາໃຊ້ AI ເພື່ອຂັບເຄື່ອນອຸດສາຫະກໍາການທ່ອງທ່ຽວໄດ້ຢ່າງໂດດເດັ່ນ. ຈຸດປ່ຽນທີ່ສໍາຄັນນີ້ບໍ່ພຽງແຕ່ແມ່ນຍ້ອນຄວາມກ້າວໜ້າໃນການພັດທະນາເທົ່ານັ້ນ, ຫາກເປັນຍ້ອນຜູ້ປະກອບການທ່ອງທ່ຽວຂອງຈີນເຂົ້າໃຈດີວ່າ: ການທ່ອງທ່ຽວຍຸກ AI ຕ້ອງໃຫ້ຄວາມສໍາຄັນກັບປະສົບການ ແລະ ຄວາມສະດວກສະບາຍຂອງນັກທ່ອງທ່ຽວ, ເຊິ່ງ AI ສາມາດຕອບໂຈດໄດ້ເປັນຢ່າງດີ.

ປັດຈຸບັນ, ນັກທ່ອງທ່ຽວທີ່ຈີນໄດ້ນໍາໃຊ້ AI ເຊັ່ນ: DeepSeek, Kimi, Doubao ແລະ ອື່ນໆ ເພື່ອຊ່ວຍວາງແຜນທ່ອງທ່ຽວສະເພາະ, ພຽງແຕ່ລະບຸຂໍ້ມູນລະອຽດສິ່ງທີ່ຕ້ອງການ ເຊັ່ນ: ງົບປະມານທີ່ຈະໃຊ້ຈ່າຍ, ເວລາ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ, AI ສາມາດສ້າງແຜນການ ທ່ອງທ່ຽວໃຫ້ໂດຍໃຊ້ເວລາບໍ່ພໍເທົ່າໃດວິນາທີ ເຮັດໃຫ້ປະຢັດເວລາ, ສະດວກໃນການວາງແຜນ ແລະ ຊ່ວຍໃຫ້ນັກທ່ອງທ່ຽວທີ່ບໍ່ເຄີຍເດີນທາງກ້າຕັດສິນໃຈອອກເດີນທາງຫຼາຍຂຶ້ນ.

ບັນດາບໍລິສັດທ່ອງທ່ຽວໃນປະເທດຈີນ ຕ່າງກໍໄດ້ເປີດບໍລິການ AI ຂອງຕົນ. ເຊັ່ນ: ບໍລິສັດຖູໜີວໄດ້ເປີດນໍາໃຊ້ຊຽວໜີວທີ່ຊ່ວຍໃຫ້ນັກທ່ອງທ່ຽວສາມາດຄົ້ນຫາປີ້ເຮືອບິນ, ທີ່ພັກ, ວິທີເດີນທາງ ແລະ ກິດຈະກໍາທ່ອງທ່ຽວຕ່າງໆ, ສົມທຽບລາຄາ, ການວິເຄາະຄວາມຄຸ້ມຄ່າ ແລະ ໃຫ້ ຄໍາແນະນໍາແກ່ນັກທ່ອງທ່ຽວແບບຖືກຕ້ອງ (Real Time), ທັງສາມາດຮຽນຮູ້ຈາກພຶດຕິກໍາການໃຊ້ງານຂອງນັກທ່ອງທ່ຽວແຕ່ລະຄັ້ງເພື່ອປັບປຸງ ແລະ ໃຫ້ຄໍາແນະນໍາຄັ້ງຕໍ່ໄປ. ຟລິກກີ ຂອງອາລິບາບາ ໄດ້ເປີດບໍລິການເວິ່ນອີເວິ່ນ ຜູ້ຊ່ວຍການເດີນທາງທີ່ເຮັດໜ້າທີ່ໄດ້ຫຼາກຫຼາຍ, ທັງການພິມ, ສຽງ ແລະ ພາສາທ້ອງຖິ່ນ. ເລີໂນໂວ ເຊິ່ງເປັນບໍລິສັດເຕັກໂນໂລຊີຂ້າມຊາດຂອງຈີນ ໄດ້ຈັບມືກັບຄູ່ຮ່ວມມືໃນອຸດສາຫະກໍາການທ່ອງທ່ຽວເປີດ “ຕົວແທນວັດທະນະທໍາ ແລະ ການທ່ອງທ່ຽວອັດສະລິຍະ” ທີ່ສາມາດເຊື່ອມໂຍງການບໍລິການຫຼາຍດ້ານເຂົ້າດ້ວຍກັນ, ທັງລະບົບຂົນສົ່ງ, ຄວາມປອດໄພ ແລະ ສະໜັບສະໜູນການທ່ອງທ່ຽວອັດສະລິຍະຜ່ານໂຄງສ້າງແບບປະສົມປະສານຂອງເລີໂນໂວ. ນອກນີ້ ບໍລິສັດອື່ນໆ ໄດ້ຫັນມານໍາໃຊ້ AI ເຂົ້າໃນການທ່ອງທ່ຽວຢ່າງກວ້າງຂວາງ.

ຜູ້ປະກອບການທ່ອງທ່ຽວ ແລະ ຜູ້ພັດທະນາແຫຼ່ງທ່ອງທ່ຽວຂອງຈີນ ໄດ້ນໍາໃຊ້ AI ເຂົ້າມາຊ່ວຍສ້າງປະສົບການ “ຄ້າຍຄືຄວາມຈິງ” ໃຫ້ນັກທ່ອງທ່ຽວໃນການທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆ ເຊັ່ນ: ການຢ້ຽມຊໍ້າຖໍ້າໂມເກົາໃນຕຸນຫວງ, ແຂວງການຊູ່ຜ່ານແວ່ນ VR ຫຼື ການໃຊ້ງານຜູ້ຊ່ວຍດິຈິຕອລ ເຊັ່ນ: Tang Xiaobao ທີ່ສູນການຄ້າ Grand Tang Mall ໃນເມືອງຊີອານ, ແຂວງສ່ານຊີ ທີ່ສາມາດຕອບໂຕ້ຊ່ວຍແນະນໍາຮ້ານຄ້າ, ເສັ້ນທາງ ແລະ ກິດຈະກໍາພາຍໃນສູນການຄ້າທີ່ຄ້າຍຄືເຈົ້າໜ້າທີ່ຕົວຈິງ ແລະ ອື່ນໆ.

ຫຼາຍເມືອງຂອງຈີນ ໄດ້ບໍລິຫານຈັດການແຫຼ່ງທ່ອງທ່ຽວດ້ວຍ AI ໂດຍໃຊ້ສູນຂໍ້ມູນຂະໜາດໃຫຍ່ເພື່ອວິເຄາະພຶດຕິກໍາຂອງນັກທ່ອງທ່ຽວ ເຊັ່ນ: ໄລຍະເວລາທີ່ມີນັກທ່ອງທ່ຽວແໜ້ນໜາ, ຈຸດທີ່ນັກທ່ອງທ່ຽວມັກຖ່າຍຮູບ ຫຼື ເສັ້ນທາງທີ່ນັກທ່ອງທ່ຽວມັກຍ່າງ ເພື່ອວາງແຜນກະຈາຍນັກທ່ອງທ່ຽວ, ຫຼຸດຜ່ອນຄວາມແອອັດ ແລະ ຮັກສາຄວາມສົມດຸນລະຫວ່າງການພັດທະນາເສດຖະກິດກັບການອະນຸລັກສິ່ງແວດລ້ອມຂອງເມືອງ ເຊັ່ນ: ເມືອງຫາງໂຈ, ແຂວງເຈີ້ຈຽງ ແລະ ນະຄອນເສີນຕູ, ແຂວງເສສວນ ທີ່ຕິດຕັ້ງລະບົບກວດຈັບການເຄື່ອນໄຫວແບບ Real Time ແລະປະເມີນຄວາມໜາແໜ້ນຂອງນັກທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວຕັດສິນໃຈເດີນທາງໄປຈຸດທີ່ບໍ່ແອອັດ.

ຂະນະທີ່ລັດຖະບານຈີນ ໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມການນໍາໃຊ້ AI ໃນທຸກດ້ານຢ່າງແຂງແຮງທີ່ສຸດ, ພ້ອມນີ້ ຍັງສະໜັບສະໜູນພາກເອກະຊົນ ແລະ ຂົງເຂດການສຶກສາພັດທະນາແອັຟພີເຄເຊິ່ນ ແລະ ນະວັດຕະກໍາດ້ານການທ່ອງທ່ຽວທີ່ໃຊ້ AI ຜ່ານໂຄງການແຂ່ງຂັນ ເຊັ່ນ: ໂຄງການລິເລີ່ມທ່ອງທ່ຽວທົ່ວໂລກຂອງຊາວໜຸ່ມທີ່ເປີດເວທີໃຫ້ຜູ້ປະກອບການຮຸ່ນໃໝ່ໄດ້ນໍາສະເໜີຮູບແບບການພັດທະນາການທ່ອງທ່ຽວດ້ວຍເຕັກໂນໂລຊີ AI ເຊັ່ນ: ແອັຟແປພາສາອັດສະລິຍະ ຫຼື VR ທີ່ນໍາພາທ່ອງທ່ຽວເມືອງບູຮານທາງອິນເຕີເນັດ ແລະ ອື່ນໆ.

ຍ້ອນ AI ສາມາດປ່ຽນໂສມໜ້າໃໝ່ຂອງອຸດສາຫະກໍາການທ່ອງທ່ຽວໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຈີນສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ສະແດງອອກຈາກຂໍ້ມູນທີ່ທາງການຈີນເປີດເຜີຍໃຫ້ຮູ້ວ່າ: ປີ 2024, ມີນັກທ່ອງທ່ຽວຕ່າງປະເທດເດີນທາງໄປທ່ຽວຈີນເກືອບ 132 ລ້ານ​ເທື່ອຄົນ, ທຽບໃສ່ປີ 2023 ເພີ່ມຂຶ້ນ 60,8%, ມູນຄ່າການບໍລິໂພກຫຼາຍກວ່າ 94 ຕື້ໂດລາ, ທຽບໃສ່ປີ 2023 ເພີ່ມຂຶ້ນ 77,8%. ສ່ວນໄຕມາດທີ 1 ປີ 2025, ມີນັກທ່ອງທ່ຽວຕ່າງປະເທດເຂົ້າໄປທ່ຽວຈີນ 17 ລ້ານ 4 ແສນກວ່າຄົນ, ເພີ່ມຂຶ້ນ 33,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ເຮັດໃຫ້ອຸດສາຫະກໍາການທ່ອງທ່ຽວປະກອບສ່ວນສໍາຄັນໃນການຂັບເຄື່ອນ ເສດຖະກິດຈີນໃນໄຕມາດທີ 1 ປີ 2025 ເຕີບໂຕເຖິງ 5,4%.

ຜົນສໍາເລັດໃນການນໍາໃຊ້ AI ເຂົ້າມາພັດທະນາອຸດສາຫະກໍາການທ່ອງທ່ຽວ, ນອກຈາກໄດ້ປະກອບສ່ວນເຮັດໃຫ້ເສດຖະກິດຂອງຈີນສືບຕໍ່ເຕີບໂຕຢ່າງໝັ້ນທ່ຽງ, ຍັງຖືເປັນບົດຮຽນທີ່ດີທີ່ສຸດໃຫ້ແກ່ຫຼາຍປະເທດໃນໂລກ, ໃນນັ້ນ ລວມເຖິງປະເທດລາວທີ່ເປັນປະເທດຄູ່ຮ່ວມຊາຕາກໍາກັບຈີນ. ປັດຈຸບັນ, ເຖິງວ່າການນໍາໃຊ້ AI ຢູ່ລາວຍັງຢູ່ໃນຂັ້ນເລີ່ມຕົ້ນກໍຕາມ ແຕ່ລາວໄດ້ຮ່ວມມືກັບຈີນຫຼາຍໂຄງການໃນດ້ານເຕັກໂນໂລຊີທັນສະໄໝ ແລະ ໄດ້ປະກາດຮ່ວມກັນສ້າງຕັ້ງສູນປະດິດສ້າງໃໝ່ດ້ານ AI ເມື່ອບໍ່ດົນມານີ້ ເຊິ່ງຈະຖືເປັນຈຸດປ່ຽນສໍາຄັນທີ່ເຮັດໃຫ້ການພັດທະນາ AI ຢູ່ລາວຄ່ອຍໆດີຂຶ້ນ ແລະ ນັບມື້ເຂົ້າມາມີບົດບາດສໍາຄັນໃນການພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ຂະແໜງການຕ່າງໆ ຂອງລາວ, ທັງສາມາດຕອບສະໜອງກັບຄວາມຕ້ອງການຂອງນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວຈີນທີ່ເດີນທາງເຂົ້າມາທ່ອງທ່ຽວລາວໂດຍຜ່ານເສັ້ນທາງລົດໄຟ ລາວ-ຈີນ ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ເຖິງວ່າການພັດທະນາ AI ໃນລາວ ຍັງມີອຸປະສັກຫຼາຍຢ່າງ ເຊັ່ນ: ຕ້ອງໄດ້ສ້າງພື້ນຖານໂຄງລ່າງດິຈິຕອລທີ່ເຂັ້ມແຂງ, ການຝຶກອົບຮົມຊ່ຽວຊານດ້ານ AI, ການນຳໃຊ້ AI ເຂົ້າໃນການບໍລິການທ່ອງທ່ຽວ, ການຕະຫຼາດ, ການສົ່ງເສີມການທ່ອງທ່ຽວແບບຍືນຍົງ ແລະ ອື່ນໆ, ແຕ່ການພັດທະນາເຕັກໂນໂລຊີ AI ເແມ່ນຄວາມຈໍາເປັນພາວະວິໄສທີ່ທຸກປະເທດຕ້ອງໄດ້ພັດທະນາເພື່ອໃຫ້ທັນກັບຍຸກສະໄໝແຫ່ງເຕັກໂນໂລຊີສະໄໝໃໝ່. ຍິ່ງໄປກວ່ານັ້ນ, ຖ້າຢາກດຶງດູດນັກທ່ອງທ່ຽວຈີນໃຫ້ຫຼາຍຂຶ້ນກວ່າເກົ່າ, ການຮຽນຮູ້ເຕັກໂນໂລຊີໃໝ່ຈາກຈີນ ແລະ ຮ່ວມ​ມື​ກັບ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຂອ​ງ​ຈີນ ໃນ​ດ້ານ AI ແມ່ນມີຄວາມຈໍາເປັນທີ່ສຸດ. ຢ່າງໃດກໍຕາມ, ດ້ວຍຄວາມພະຍາຍາມຢ່າງສູງຈາກຂະແໜງການທີ່ກ່ຽວຂ້ອງຂອງລາວ, ບວກກັບການສະໜັບສະໜູນຊ່ວຍເຫຼືອ ແລະ ການຖອດຖອນບົດຮຽນຈາກຈີນ ຈະເຮັດໃຫ້ການພັດທະນາ ແລະ ນໍາໃຊ້ AI ເຂົ້າໃນຂະແໜງການທ່ອງທ່ຽວຂອງລາວຄ່ອຍໆ ໄດ້ຮັບການປັບປຸງດີຂຶ້ນໃນຕໍ່ໜ້າ ແລະ ຈະເຮັດໃຫ້ທ່ອງທ່ຽວສືບຕໍ່ເປັນຂະແໜງເສດຖະກິດປາຍແຫຼມທີ່ຍືນຍົງຂອງລາວຕະຫຼອດໄປ.