ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາ 4 ແຂວງຂອງລາວ ພົບປະ ແລະ ອວຍພອນການນຳນະຄອນດານັງ, ສສ ຫວຽດນາມ

Jan 18, 2025

ຄະນະຜູ້ແທນ ຈາກແຂວງສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ເຊກອງຂອງລາວໄດ້ພົບປະ ແລະ ອວຍພອນປີໃໝ່ປະຈຳຊາດຊາວຫວຽດນາມ ທີ່ນະຄອນດານັງ ສສ ຫວຽດ ນາມ ໃນວັນທີ 17 ມັງກອນ 2025 ໂດຍການຕ້ອນຮັບຂອງ ທ່ານ ຫງວຽນ ດິງ ບິ່ງ ຮອງເລຂາຜູ້ປະຈຳການພັກນະຄອນດານັງ ພ້ອມຄະນະ.
ໃນໂອກາດນີ້, ບັນດາການນຳທີ່ຕາງໜ້າໃຫ້ບັນດາແຂວງ ສ ປປ ລາວ ໄດ້ກ່າວອວຍພອນໄຊອັນປະເສີດມາຍັງ ສະຫາຍຄະນະ ພັກ-ຄະນະນຳ ກໍ່ຄື ປະຊາຊົນນະຄອນດານັງ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ, ອວຍພອນແດ່ສາຍພົວພັນຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ນະຄອນດານັງ ກັບ ບັນດາແຂວງ ສ ປປ ລາວ ຍາມໃດກໍຂຽວສົດງົດງາມ ແລະ ໝັ້ນຄົງ ທະນົງແກ່ນ ຕະ ຫຼອດການລະນາ; ພ້ອມນັ້ນ ສອງຝ່າຍ ຍັງ ຕີລາຄາສູງ ຕໍ່ການເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສອງທ້ອງຖິ່ນ ຫວຽດນາມ-ລາວ, ລາວ-ຫວຽດນາມ ແລະ ໃນການພົບປະຄັ້ງນີ້, ນະຄອນດານັງ ຍັງໄດ້ຈັດມີພິທີມອບ-ຮັບການຍ້ອງຍໍ ໃຫ້ແກ່ກົມກອງ ແລະ ບຸກຄົນຂອງ ສປປ ລາວ ທີ່ມີຜົນງານປະກອບສ່ວນໃນການເສີມສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ; ໃນນັ້ນ, ມີ 13 ກົມກອງ ແລະ ຍ້ອງຍໍໃຫ້ບຸກຄົນ ມີ 12 ທ່ານ.
ພ້ອມນັ້ນຄະນະຜູ້ແທນ ບັນດາແຂວງ ສ ປປ ລາວ ຍັງໄດ້ເຂົ້າຮ່ວມງານເສວະນາ ບັນດາເມືອງ/ນະຄອນ ຮ່ວມມືມິດຕະ ພາບ-ດານັ້ງ 2025 ຕື່ມອີກ.
ຂ່າວ: ທັດຊະນະ