ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການບັນລຸສິດທິດ້ານສຸຂະພາບ ເສັ້ນທາງສູ່ການພັດທະນາ ຂອງ ສປປ ລາວ

Apr 25, 2024

ປັດຈຸບັນ, ທົ່ວໂລກກໍາລັງປະເຊີນໜ້າກັບຜົນກະທົບພາຍຫລັງງການລະບາດຂອງພະຍາດໂຄວິດ-19, ວິກິດການດ້ານເສດຖະກິດ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ສິດທິດ້ານສຸຂະພາບຂອງທຸກຄົນ ແລະ ອື່ນໆ. ເຖິງຢ່າງໃດກໍ່ຕາມ, ໃນ ສປປ ລາວ, ການຮ່ວມມືລະຫວ່າງກະຊວງສາທາລະນະສຸກແຫ່ງ ສປປ ລາວ, ລັດຖະບານລຸກຊໍາບວກ ແລະ ສາມອົງການສະຫະປະຊາຊາດເຊັ່ນ: UNICEF, UNFPA, ແລະ WHO – ພວມເນັ້ນໜັກໃສ່ຍຸດທະສາດການປົກປ້ອງສິດທິດ້ານສຸຂະພາບຂອງທຸກຄົນ ພ້ອມທັງຊຸກຍູ້ການພັດທະນາປະເທດຊາດ. ການ​ຮ່ວມ​ມື​ດັ່ງກ່າວ​ແມ່ນ​ແຜນງານ​ຮ່ວມລະຫວ່າງ​ອົງການ​ສະຫະ​ປະຊາ​ຊາດ ​ເຊິ່ງເປັນຍຸດ​ທະ​ສາດຮາກຖານຂອງອົງການ ໂດຍແມ່ນ​ການ​ລົງທຶນ​ໃສ່ດ້ານ​ສຸຂະ​ພາບ​ທີ່​ກວມ​ເອົາວຽກງານ​ສຸຂະພາບ​ຈະເລີນ​ພັນ, ​ແມ່, ເດັກ​ເກີດ​ໃໝ່, ​ເດັກ ​ແລະ ​ໄວໜຸ່ມ.
ເນື້ອໃນຂອງຍຸດທະສາດດັ່ງກ່າວມີຫລາຍອົງປະກອບ: ການສ້າງຄວາມເຂັ້ມແຂງໃຫ້ການບໍລິການສຸຂະພາບຂັ້ນຕົ້ນໂດຍການພັດທະນາຂີດຄວາມສາມາດຂອງຜູ້ໃຫ້ບໍລິການ; ການສະໜັບສະໜູນດ້ານອຸປະກອນ, ຢາ ແລະ ວັກຊີນ; ແລະ ການປັບປຸງລະບົບຂໍ້ມູນໂດຍເນັ້ນໃສ່ການດູແລເດັກໃນໄລຍະ 1000 ວັນທໍາອິດໃນຊີວິດຂອງເຂົາເຈົ້າ. ແນ່ນອນວ່າພະນັກງານ​ສາທາລະນະສຸກ ແມ່ນຢູ່ແຖວ​ແນວໜ້າໃນ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫລວງ​ນີ້, ເພື່ອສະໜອງ​ການ​ບໍລິການ​ທີ່​ຈຳ​ເປັນ​ຢູ່ໃນ​ເຂດ​ຊົນນະບົດ ​ແລະ ​ເຂດທີ່ເຂົ້າເຖິງ​ຍາກ. ດັ່ງນັ້ນ, ການເສີມສ້າງທັກສະຂອງເຂົາເຈົ້າ ແລະ ຮັບປະກັນວ່າພວກເຂົາສາມາດເຂົ້າເຖິງຊັບພະຍາກອນທີ່ຈໍາເປັນຕ່າງໆ ບໍ່ແມ່ນພຽງແຕ່ເປັນການລົງທຶນໃສ່ອາຊີບຂອງພວກເຂົາເທົ່ານັ້ນ ແຕ່ຍັງເປັນການລົງທຶນໃສ່ພື້ນຖານໂຄ່ງລ່າງດ້ານສາທາລະນະສຸກແຫ່ງຊາດ. ແຜນງານຂອງພວກເຮົາ ຍັງສຸມໃສ່ຄວາມສໍາຄັນດ້ານສຸຂະພາບຂອງໄວໜຸ່ມເຊັ່ນດຽວກັນ. ໄວໜຸ່ມແມ່ນກຸ່ມປະຊາກອນທີ່ສຳຄັນຂອງປະເທດລາວ ແລະ ການເປັນຢູ່ທີ່ດີຂອງເຂົາເຈົ້າ ກໍມີຜົນກະທົບໂດຍກົງຕໍ່ອະນາຄົດຂອງປະເທດ. ການແກ້ໄຂຄວາມຕ້ອງການດ້ານສຸຂະພາບລວມທັງສຸຂະພາບຈິດ, ສຸຂະພາບທາງເພດແລະສຸຂະພາບຈະເລີນພັນ ແລະດ້ານໂພຊະນາການຂອງເຂົາເຈົ້າ, ພວກເຮົາສາມາດສະໜັບສະໜູນການພັດທະນາບຸກຄົນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ. ທີ່ສຳຄັນ​ທີ່​ສຸດ, ແຜນງານ​ດັ່ງກ່າວ ​ຍັງ​ໄດ້​ເນັ້ນ​ໜັກ​ໃສ່​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ ການ​ປະສານ​ງານ​ຂອງ​ກະຊວງ​ສາທາລະນະ​ສຸກ​ ກັບ​ ບັນດາ​ຄູ່​ຮ່ວມງານ ເພື່ອສົມທົບ​ປະສານງານກັນ​ຢ່າງ​ແໜ້ນ​ແຟ້ນ. ປີ 2011 ໄດ້ທີ່ເລີ່ມປະຕິບັດໂຄງການນີ້ ເຊິ່ງປັດຈຸບັນແມ່ນຢູ່ໃນໄລຍະທີ 3 ເຊິ່ງມີຄວາມຄືບໜ້າຫລາຍຢ່າງເຊັ່ນ: ການຫລຸດອັດຕາການຕາຍຂອງເດັກເກີດໃໝ່ ແລະ ເດັກນ້ອຍ ເຊິ່ງໃນປັດຈຸບັນແມ່ນຢູ່ທີ່ອັດຕາ 12 ຄົນຕໍ່ 1.000 ການເກີດທີ່ມີຊີວິດສໍາລັບເດັກເກີດໃໝ່ ແລະ 28 ຄົນຕໍ່ 1.000 ການເກີດທີ່ມີຊີວິດສໍາລັບເດັກລຸ່ມ 5 ປີ, ຕາມລໍາດັບ; ອັດຕາການຕາຍຂອງແມ່ແມ່ນຫລຸດລົງຢ່າງຫລວງຫລາຍໃນທົດສະວັດທີ່ຜ່ານມາ ຢູ່ທີ່ 126 ຄົນຕໍ່ 100.000 ການເກີດທີ່ມີຊີວິດ ອີງຕາມການຄາດຄະເນຂອງອົງການສະຫະປະຊາຊາດ ສໍາລັບປີ 2023. ແນວໃດກໍ່ຕາມ, ຄວາມພະຍາຍາມຂອງພວກເຮົາຍັງຖືກກີດຂວາງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ລະບົບສຸຂະພາບມີຄວາມອ່ອນແອ. ດັ່ງນັ້ນຍິ່ງມີຄວາມຈໍາເປັນໃນການປັບປຸງຄຸນນະພາບ ແລະ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ, ໂດຍສະເພາະແມ່ນໃນບັນດາບ້ານທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ຊຸມຊົນທີ່ດ້ອຍໂອກາດ.
ການລົງຢ້ຽມຢາມຮ່ວມກັນຂອງກະຊວງສາທາລະນະສຸກ, ສະຖານທູດລຸກຊໍາບວກ ປະຈຳ ສປປ ລາວ, ອົງການ UNICEF, UNFPAແລະ ອົງການWHOທີ່ແຂວງບໍ່ແກ້ວໃນທ້າຍປີທີ່ຜ່ານມາ ກໍໄດ້ຍົກໃຫ້ເຫັນເຖິງວຽກງານທີ່ຍັງຄົງຄ້າງ ລວມທັງວຽກງານການຫລຸດຜ່ອນອັດຕາການເຈັບເປັນ ແລະ ການຕາຍຂອງແມ່, ພ້ອມທັງຄວາມຕ້ອງການທີ່ບໍ່ໄດ້ຮັບການຕອບສະໜອງສໍາລັບການສະໜັບສະໜູນດ້ານການວາງແຜນຄອບຄົວ. ເຖິງວ່າພວກເຮົາປະເຊີນກັບຄວາມຍາກລໍາບາກ, ແຕ່ພວກເຮົາຍັງແນມເຫັນໂອກາດ. ຄວາມຄືບໜ້າແມ່ນມີຄວາມເປັນໄປໄດ້ຖ້າມີການລົງທຶນ ແລະ ຄໍາໝັ້ນສັນຍາທີ່ເໝາະສົມຮ່ວມກັນ. ຍົກຕົວຢ່າງ, ການແພ່ລະບາດຂອງພະຍາດ ໂຄວິດ-19 ກໍໄດ້ກະຕຸກຊຸກຍູ້ ໃຫ້ມີນະວັດຕະກໍາດ້ານສຸຂະພາບ, ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຊີດີຈິຕອນໃນການໃຫ້ບໍລິການສຸຂະພາບ ເຊິ່ງເປັນເຄື່ອງມືທີ່ສໍາຄັນໃນການເຂົ້າເຖິງການດູ ແລ ສຸຂະພາບໃນປະເທດ. ຄວາມຄືບໜ້າທີ່ກ່າວມານີ້ບໍ່ໄດ້ເປັນພຽງແຕ່ມາດຕະການຊົ່ວຄາວ, ແຕ່ສາມາດກ້າວໄປເປັນລະບົບການດູແລສຸຂະພາບທີ່ຍາວນານ ແລະ ເຂົ້າເຖິງງ່າຍຂຶ້ນ ເຊິ່ງສາມາດເອົາຊະນະຕໍ່ຄວາມກົດດັນໃນດ້ານການປ່ຽນແປງດິນຟ້າອາກາດ ແລະ ໄພຂົ່ມຂູ່ອື່ນໆຂອງໂລກ.
ເນື່ອງ​ໃນ​ໂອ​ກາດການສະເຫລີມສະຫລອງວັນສຸຂະພາບ​ໂລກປີ 2024 ​ໃນຫົວ​ຂໍ້ “ສຸ​ຂະ​ພາບ​ຂອງ​ຂ້ອຍ, ສິດທິ​ຂອງ​ຂ້ອຍ”, ພວກ​ເຮົາ​​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ບັດ​ເພື່ອ​ເຄົາ​ລົບ, ປົກ​ປັກ​ຮັກ​ສາ​ແລະ​ບັນລຸ​ສິດ​ທິດ້ານ​ສຸ​ຂະ​ພາບ​ຂອງ​ທຸກ​ຄົນ​ໃນ ສປປ ລາວ ຄືດັ່ງນີ້: ຍຶດໝັ້ນຄຳໝັ້ນສັນຍາທີ່ຈະບໍ່ຖິ້ມໃຜໄວ້ຂ້າງຫລັງ ເມື່ອເວົ້າເຖິງການປົກຄຸມການເຂົ້າເຖິງບໍລິການດ້ານສຸຂະພາບຢ່າງທົ່ວປວງຊົນ. ພວກເຮົາສາມາດບັນລຸສິ່ງນີ້ໄດ້ໂດຍການສຸມຄວາມພະຍາຍາມຂອງພວກເຮົາໃສ່ໃນການຜັນຂະຫຍາຍການເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນະພາບໃນເຂດຫ່າງໄກສອກຫລີກ, ລວມທັງຜ່ານການບັງຄັບໃຊ້ກົດໝາຍການດູແລສຸຂະພາບຂັ້ນຕົ້ນທີ່ໄດ້ຖືກຮັບຮອງວ່າງບໍ່ດົນມານີ້; ປັບປຸງລະບົບການເກັບກຳຂໍ້ມູນແບບດີຈິຕອນ ໂດຍເລີ່ມຈາກ ລະບົບລົງທະບຽນສັກຢາກັນພະຍາດ ແບບອີເລັກໂຕຣນິກ, ລະບົບຕິດຕາມອຸນຫະພູມແບບທາງໄກຄຽງຄູ່ກັບເຄື່ອງມືການຮຽນທາງອີເລັກໂຕຣນິກ ດ້ານການສັກຢາກັນພະຍາດ ແລະ ແອັບພລິເຄຊັ່ນການດູແລເດັກແບບເຊື່ອມສານ (IMNCI) ຂອງປະເທດລາວ; ສ້າງຂີດຄວາມສາມາດຂອງອາສາສະໝັກສາທາລະນະສຸກຂັ້ນບ້ານ ທີ່ເຮັດໜ້າທີ່ເປັນຂົວຕໍ່ຫາຊຸມຊົນ; ເພີ່ມງົບປະມານ ແລະ ການລົງທຶນດ້ານສຸຂະພາບ. ເຖິງເວລາແລ້ວ ທີ່ ສປປ ລາວ ຈະຕ້ອງເພີ່ມງົບປະມານດ້ານສາທາລະນະສຸກ ຕາມຄໍາໝັ້ນສັນຍາທີ່ຈະຈັດສັນງົບປະມານໃຫ້ຮອດ9 %. ​​ການ​ລົງທຶນ​ດ້ານ​ສຸຂະພາບກໍຄືການ​ລົງທຶນໃສ່​ອະນາຄົດ​ຂອງ​ປະ​ເທດ ​ແລະ ການຊ່ວຍ​ຊີວິດ; ຜັນຂະຫຍາຍຄໍາໝັ້ນສັນຍາໃນກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ຄໍາໝັ້ນສັນຍາວ່າດ້ວຍວຽກງານວາງແຜນຄອບຄົວຮອດປີ 2030 ໂດຍການເສີມຂະຫຍາຍການເຂົ້າເຖິງການປົກຄຸມສຸຂະພາບທົ່ວປວງຊົນ, ຮັບປະກັນໃຫ້ມີການປັບປຸງການຄຸ້ມຄອງລະບົບການສະໜອງອຸປະກອນການເເພດຕ່າງໆ, ການເຂົ້າເຖິງການບໍລິການທີ່ເປັນມິດແກ່ໄວໜຸ່ມ, ໂດຍສະເພາະໃນເຂດທີ່ເຂົ້າເຖິງຍາກ ໂດຍການບັນຈຸຊັບຊ້ອນຜະດຸງຄັນ ແລະ ຜູ້ໃຫ້ບໍລິການສຸຂະພາບທີ່ຜ່ານການຝຶກອົບຮົມມາເປັນຢ່າງດີ.
ສປປ ລາວ ຍັງມີສິ່ງທ້າທາຍຫລາຍດ້ານທີ່ຈະບັນລຸແຜນພັດທະນາດ້ານສຸຂະພາບ ແຕ່ກໍເຊື່ອໝັ້ນວ່າພາຍໃຕ້ການຮ່ວມມືອັນດີ ກັບປະເທດເພື່ອມິດສາກົນ ໂດຍສະເພາະແມ່ນປະເທດລຸກຊໍາບວກ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜຸນຢ່າງບໍ່ຢຸດຢັ້ງ ເພື່ອສົ່ງເສີມສຸຂະພາບທີ່ດີໃນສປປ ລາວ ໂດຍການສືບຕໍ່ໃຫ້ບຸລິມະສິດແກ່ວຽກງານສຸຂະພາບ ເພື່ອເປັນພື້ນຖານຂອງການພັດທະນາປະເທດຊາດ ແລະ ການຈັດຕັ້ງປະຕິບັດຂໍ້ເເນະນຳເຫລົ່ານີ້, ສປປ ລາວ ຈະມີຄວາມພ້ອມຫລາຍຂຶ້ນໃນການຮັບມືກັບສິ່ງທ້າທາຍດ້ານສຸຂະພາບຕ່າງໆໃນອະນາຄົດ.
ທີ່ມາ: ຂປລ.