ເມື່ອຕາເວັນຄ້ອຍຄ່ຳລົງແລງ, ມີເສດຖະກິດຢ່າງໜຶ່ງມີຄວາມຄຶກຄື້ນຂຶ້ນ. ຢູ່ເມືອງເຈິ້ງຕິ້ງແຂວງເຫີເປີຍຂອງຈີນ, ເດີ່ນຈອດລົດທຳມະດາໃນຕອນກາງເວັນ ໄດ້ກາຍມາເປັນຕະຫຼາດກາງຄືນມີ 60 ກວ່າຮ້ານທີ່ມີຄວາມອຶກກະທຶກຄຶກຄື້ນ: ມີຮ້ານປີ້ງຊີ້ນ, ມີຮ້ານຂາຍໝີ່ ແລະ ອື່ນໆ. ລູກຄ້າຍ່າງໄປໆມາໆ ແລະ ມີສຽງເວົ້າສຽງຫົວທີ່ມ່ວນຊື່ນດັງຂຶ້ນບໍ່ຂາດ. ມີຊາວເນັດຫຼາຍຄົນໄດ້ໃຊ້ຄຳສັບ “ອັດສະຈັນ” ມາພັນລະນາກ່ຽວກັບຕະຫຼາດກາງຄືນແຫ່ງນີ້! ຕະຫຼາດແຫ່ງນີ້ ພວມໄດ້ສະແດງໃຫ້ເຫັນເຖິງສະພາບການພັດທະນາເສດຖະກິດຕອນກາງຄືນທີ່ມີຄວາມອຶກກະທຶກຂອງຈີນ.
ໃນຊຸມປີຜ່ານມາ, “ເສດຖະກິດຕອນກາງຄືນ” ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຄຶກຄື້ນ ເຊິ່ງໄດ້ກາຍເປັນຫົວຈັກ ທີ່ຂັບເຄື່ອນການເຕີບໂຕຂອງເສດຖະກິດຈີນ ແລະ ໄດ້ເຮັດໃຫ້ຕົວເມືອງຕ່າງໆມີຊີວິດຊີວາຂຶ້ນ. ອີງຕາມ “ບົດລາຍງານສຳຫຼວດຄວາມຊິນເຄີຍດ້ານການບໍລິໂພກຂອງຊາວເມືອງຈີນ” ທີ່ກະຊວງການຄ້າຈີນເປີດເຜີຍໃນປີ 2024 ໃຫ້ຮູ້ວ່າ, ການບໍລິໂພກໃນຕົວເມືອງຕ່າງໆຂອງຈີນມີ 60% ໄດ້ເກີດຂຶ້ນຢູ່ຕອນກາງຄືນ, ມູນຄ່າການບໍລິໂພກໃນລະຫວ່າງເວລາ 18 ໂມງຫາ 22 ໂມງທຸກມື້ຂອງສູນການຄ້າຂະໜາດໃຫຍ່ຂອງຈີນ ກວມຫຼາຍກວ່າເຄິ່ງໜຶ່ງຂອງຍອດມູນຄ່າການບໍລິໂພກຂອງວັນນັ້ນ; ການປະກອບສ່ວນຂອງການບໍລິໂພກໃນຕອນກາງຄືນໄດ້ສູງກວ່າການບໍລິໂພກໃນຕອນກາງເວັນ 3 ເທົ່າ ສຳລັບການບໍລິໂພກດ້ານການທ່ອງທ່ຽວ.
ເມື່ອສັງເກດຈາກຂະໜາດຕະຫຼາດແລ້ວເຫັນວ່າ: ຂະໜາດຕະຫຼາດເສດຖະກິດຕອນກາງຄືນຂອງຈີນໄດ້ເພີ່ມຂຶ້ນຈາກ 22.540 ຕື້ຢວນໃນປີ 2018 ມາເປັນ 50.250 ຕື້ຢວນໃນປີ 2024, ໄດ້ເພີ່ມຂຶ້ນ 21,7% ຕໍ່ປີ. ຕົວເລກເຫຼົ່ານີ້ສະແດງໃຫ້ເຫັນວ່າ: ເວລາການບໍລິໂພກໄດ້ແກ່ຍາວອອກ, ສະຖານທີ່ການບໍລິໂພກໄດ້ຂະຫຍາຍກວ້າງອອກ ແລະ ການພັດທະນາເສດຖະກິດໄດ້ມີໂອກາດໃໝ່.
ປັດຈຸບັນ, ເສດຖະກິດຕອນກາງຄືນຂອງຈີນບໍ່ມີພຽງແຕ່ຂະແໜງອາຫານການກິນ ແລະ ການຊື້ເຄື່ອງເທົ່ານັ້ນ, ຍັງໄດ້ກວມເອົຂະແໜງວັດທະນະທຳ, ການທ່ອງທ່ຽວ ແລະ ວິທະຍາສາດເຕັກໂນໂລຊີອີກດ້ວຍ. ຢູ່ຕະຫຼາດກາງຄືນລາຊະວົງຖັງຂອງນະຄອນຊີອານຂອງຈີນ, ການສະແດງແບບລາຊະວົງຖັງໄດ້ປະສານສົມທົບກັບໄຟແສງສີທີ່ທັນສະໄໝ, ສາມາດດຶງດູດນັກທ່ອງທ່ຽວໄດ້ຫຼາຍກວ່າ 3 ແສນເທື່ອຄົນຕໍ່ວັນ, ໂຄງການທ່ອງທ່ຽວຕອນກາງຄືນແບບນີ້ໄດ້ເຮັດໃຫ້ມູນຄ່າການຈຳໜ່າຍຜະລິດຕະພັນວັດທະນະທຳຕ່າງໆເພີ່ມຂຶ້ນ 40%; ຢູ່ຕາມເສັ້ນທາງໃນໃຈກາງນະຄອນຫຼວງປັກກິ່ງ, ຜູ້ຂີ່ລົດຖີບຕ່າງໆສາມາດສຳຜັດກັບຮອງຮອຍປະຫວັດສາດໃນຕອນກາງຄືນ; ລະຄອນຈີນ ແລະ ຕ່າງປະເທດທີ່ມີຊື່ສຽງໄດ້ຜັດປ່ຽນກັນສະແດງຢູ່ໃນໂຮງລະຄອນນະຄອນເສິງຕູ. ທັງໝົດນີ້ເຮັດໃຫ້ເສດຖະກິດຕອນກາງຄືນຂອງຈີນເຕັມໄປດ້ວຍສີສັນແຫ່ງວັດທະນະທຳ ແລະ ວິທະຍາສາດເຕັກໂນໂລຊີ.
ເສດຖະກິດຕອນກາງຄືນໄດ້ຮັບການພັດທະນາຢ່າງຄຶກຄື້ນ ຍັງໄດ້ເຮັດໃຫ້ເກີດມີການປະກອບອາຊີບໃໝ່ ແລະ ຮູບແບບທຸລະກິດໃໝ່. 600 ກວ່າຮ້ານໃນຕະຫຼາດກາງຄືນເມືອງຈິ້ງຕິ້ງໄດ້ເຮັດໃຫ້ 2.000 ກວ່າຄົນມີວຽກເຮັດງານທຳ. ຊາວໜຸ່ມໄດ້ເລີ່ມຕົ້ນເປັນ “ຜູ້ປະກອບການໃນຕະຫຼາດກາງຄືນ” ໃນແອັບວິດີໂອສັ້ນ ເພື່ອໂຄສະນາເຜີຍແຜ່ສິນຄ້າທີ່ມີເອກະລັກພິເສດໃນຕະຫຼາດກາງຄືນໄປສູ່ທົ່ວໂລກ ດ້ວຍວິທີການໄລສົດ, ການໃຫ້ຄະແນນຕໍ່ອາຫານການກິນ ແລະອື່ນໆ ເຊິ່ງໄດ້ເຮັດໃຫ້ເສດຖະກິດກາງຄືນມີຜົນຕອບຮັບນັບມື້ນັບຂະຫຍາຍກວ້າງອອກ.
ສິ່ງທີ່ສຳຄັນກວ່ານັ້ນກໍຄື: ເສດຖະກິດກາງຄືນພວມໄດ້ກາຍເປັນສິ່ງສຳຄັນທີ່ໄດ້ສະແດງໃຫ້ເຫັນເຖິງກຳລັງດຶງດູດຂອງຕົວເມືອງ. ຢູ່ນະຄອນຊຽງໄຮ້, ໄຟແສງສີທີ່ຮຸ່ງເຮືອງຢູ່ເຂດວາຍທານ ກັບ ຕຶກອາຄານທີ່ທັນສະໄໝຢູ່ຄຸ້ມລູເຈຍຈຸຍສ່ອງແສງສະທ້ອນກັນ, ການຂີ່ເຮືອທ່ຽວໜອງຊີຫູໃນຕອນກາງຄືນຢູ່ນະຄອນຫາງໂຈ່ວ ໄດ້ສະແດງໃຫ້ເຫັນເຖິງວັດທະນະທຳທີ່ມີສະເໜ່ໃນລາຊະວົງຊົ້ງຂອງຈີນ. ພາບວິວທິວທັດແບບນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມມີສະເໜ່ທີ່ມີເອກະລັກພິເສດຕ່າງໆຂອງຕົວເມືອງຂອງຈີນເທົ່ານັ້ນ, ຫາກຍັງສາມາດດຶງດູດຜູ້ທີ່ມີຄວາມຮູ້ຄວາມສາມາດ, ທຶນ ແລະ ນັກທ່ອງທ່ຽວທົ່ວໂລກມາທ່ອງທ່ຽວ, ເຮັດວຽກ ຫຼື ລົງທຶນຢູ່ຕົວເມືອງເຫຼົ່ານີ້.
ຢູ່ຈີນ, ຍັງມີຫຼາຍຕົວເມືອງມີຕະຫຼາດກາງຄືນທີ່ຄຶກຄື້ນປານຕະຫຼາດກາງຄືນຂອງເມືອງເຈິ້ງຕິ້ງ. ຈາກອາຫານທີ່ແຊບນົວເຖິງວັດທະນະທຳທີ່ມີຫຼາກຫຼາຍສີສັນ, ຈາກການປະກອບອາຊີບເຖິງການປະດິດສ້າງໃໝ່, ເສດຖະກິດຕອນກາງຄືນທີ່ໄດ້ເຕີບໂຕຢ່າງຄຶກຄື້ນ ພວມໄດ້ເພີ່ມພະລັງຂັບເຄື່ອນທີ່ແຂງແຮງໃຫ້ແກ່ການພັດທະນາເສດຖະກິດຈີນດ້ວຍຄຸນນະພາບສູງ ແລະ ໄດ້ສະແດງໃຫ້ເຫັນເຖິງຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນຈີນ.






