ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີຂອງຈີນໄດ້ຊຸກຍູ້ການພັດທະນາດ້ານວິທະຍາສາດເຕັກໂນໂລຊີຂອງໂລກ

Oct 8, 2024

ປີນີ້ ແມ່ນວັນສ້າງຕັ້ງ ສປຈີນຄົບຮອບ 75 ປີ. ຕະຫຼອດໄລຍະ 75 ປີຜ່ານມາ, ຈາກການສົ່ງດາວທຽມຂຶ້ນສູ່ອະວະກາດແລະການຍິງລູກສອນໄຟນຳວິຖີຢ່າງສຳເລັດຜົນ, ຮອດຍານອະວະກາດເສິນໂຈ່ວຖືກສົ່ງເຂົ້າສູ່ວົງໂຄຈອນອະວະກາດ; ຈາກລະບົບນຳທາງດາວທຽມເປີຍໂຕສະໜອງການບໍລິການທີ່ຖືກຕ້ອງແມ່ນຢຳໃນຂອບ ເຂດທົ່ວໂລກ, ຮອດເຕັກນິກລົດໄຟຄວາມໄວສູງເປັນລະດັບນຳໜ້າທົ່ວໂລກ… ໂດຍຜ່ານຄວາມພະຍາຍາມຢາງບໍ່ລົດລະມາເປັນຫຼາຍເຊັ່ນຄົນ, ຈີນໄດ້ກາຍເປັນຂົ້ວໜຶ່ງທີ່ສຳຄັນໃນແຜນທີ່ການ ປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີຂອງໂລກ. ດັດສະນີການປະດິດສ້າງໃໝ່ທົ່ວໂລກປີ 2024 ທີ່ອົງການຊັບສິນທາງປັນຍາໂລກເປີດເຜີຍໄດ້ສະແດງໃຫ້ເຫັນວ່າ: ການຈັດອັນດັບຂອງຈີນໄດ້ຫຍັບຂຶ້ນ 1 ອັນດັບເມື່ອທຽບໃສ່ປີຜ່ານມາ ແລະ ເປັນອັນດັບທີ 11 ຊຶ່ງເປັນກຸ່ມເສດຖະກິດທີ່ມີລາຍຮັບປານກາງພຽງໜຶ່ງດຽວໃນ 30 ອັນດັບນຳໜ້າຂອງໂລກ.
ປັດຈຸບັນ, ຈີນ ໄດ້ສ້າງຕັ້ງການພົວພັນການຮ່ວມມືດ້ານວິທະ ຍາສາດເຕັກໂນໂລຊີກັບ 160 ກວ່າປະເທດແລະເຂດແຄ້ວນໃນໂລກແລະໄດ້ເຊັນສັນຍາການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີລະຫວ່າງລັດຖະບານ 118 ສະບັບ. ຈີນໄດ້ເຊີນຊວນນັກວິທະ ຍາສາດຕ່າງປະເທດເຂົ້າຮ່ວມການສຳຫຼວດທາງວິທະຍາສາດໃນຍານສຳຫຼວດທະເລຊັ້ນເລິກ “ຈຽວລົງ”, ຍານສຳຫຼວດດວງ ຈັນ“ສາງເອີ 6”ໄດ້ບັນທຸກເຄື່ອງຂອງຕ່າງປະເທດໄປສຳຫຼວດດວງຈັນ, ສະຖານີອະວະກາດ“ຖ່ຽນກຸ່ງ”ໄດ້ປະກາດຍິນດີຕ້ອນຮັບນັກບິນອະວະກາດຕ່າງປະເທດເຂົ້າປະຈຳ…ຈີນໄດ້ນັບມື້ນັບເປີດກວ້າງການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີກັບໂລກຊຶ່ງກໍໄດ້ຊຸກຍູ້ການພັດທະນາດ້ານວິທະຍສາດເຕັກໂນໂລຊີຂອງໂລກແລະໃຫ້ປະຊາຊົນທົ່ວໂລກຊົມໃຊ້ໝາກຜົນດ້ານວິທະຍາສາດເຕັກໂນໂລຊີຂອງຈີນນັບມື້ນັບຫຼາຍຂຶ້ນ.
ທີ່ມາ: CMG