ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການປະຕິບັດໜ້າທີ່ຂອງກອງເລຂາກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ

Sep 29, 2025

ກອງເລຂາກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຄັ້ງທີ VI ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ.
ສະຫາຍ ຄົມສັນ ໄຊຍະສານ, ເລຂາໜ່ວຍພັກຮາກຖານກົມປະຊາສຳພັນ, ຫົວໜ້າກົມປະຊາສຳພັນ, ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ຈະໄຂຂຶ້ນໃນວັນທີ 30 ກັນຍາ 2025. ໄລຍະຜ່ານມາ, ກອງເລຂາ ໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບຂອງຕົນ ຕາມມະຕິຕົກລົງແຕ່ງຕັ້ງເລກທີ 66/ຄພ.ຫສນຍ, ລົງວັນ ທີ 29 ກໍລະກົດ 2025 ໂດຍໄດ້ແບ່ງຄວາມຮັບຜິດຊອບພາຍໃນຄະນະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຜົນສຳເລັດ, ທັນຕາມກຳນົດເວລາ, ພ້ອມທັງປະສານສົມທົບກັບອະນຸກຳມະການຕ່າງໆ ສັງລວມ, ຮຽບຮຽງ ແລະ ກະກຽມເນື້ອໃນບັນດາເອກະສານທີ່ປິ່ນອ້ອມ ຢ່າງລວມສູນ ເພື່ອດໍາເນີນວຽກງານ ໃຫ້ມີຄວາມຄ່ອງຕົວ, ທັນເວລາ ສາມາດຮັບປະກັນ ແລະ ມີຄວາມພ້ອມດຳເນີນກອງປະຊຸມໃຫຍ່. ໃນນາມກອງເລຂາ, ພາຍຫຼັງສໍາເລັດກອງປະຊຸມໃຫຍ່ແລ້ວ ຍັງມີແຜນດໍາເນີນງານ ສືບຕໍ່ຈັດຕັ້ງປະຕິບັດການປັບປຸງ-ຮຽບຮຽງບັນດາເນື້ອໃນເອກະສານ ຕາມການປະກອບຄຳເຫັນຂອງຜູ້ແທນກອງປະຊຸມໃຫຍ່, ພ້ອມທັງ ສັງລວມຈັດພິມປຶ້ມເອກະສານກອງປະຊຸມໃຫຍ່ ເພື່ອແຈກຍາຍໃຫ້ບັນດາໜ່ວຍພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກ ພາຍໃນອົງຄະນະພັກ ຫສນຍ ນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ຂົງເຂດວຽກງານຂອງຕົນ ໃຫ້ປາຜົນເປັນຈິງ.
ສະຫາຍ ຄົມສັນ ໄຊຍະສານ ຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຕໍ່ຄະນະພັກ-ຄະນະນຳ ຫສນຍ ທີ່ໄວ້ວາງໃຈມອບໝາຍໜ້າທີ່ຄວາມຮັບຜິດຊອບໃຫ້ກອງເລຂາ ຈັດຕັ້ງປະຕິບັດວຽກງານສຳຄັນດັ່ງກ່າວ, ໃນນາມກອງເລຂາ ຈະພ້ອມ ກັນສືບຕໍ່ປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ບັນລຸຕາມແຜນການທີ່ວາງໄວ້.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.