ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການປະຕິວັດໂດຍຕົນເອງ ແມ່ນສູດລັບທີ່ປະສົບຜົນສໍາເລັດຂອງການພົ້ນຈາກກົດເກນປະຫວັດສາດ ແຫ່ງຄວາມຈະເລີນໄປສູ່ຄວາມເສື່ອມຖອຍ

Jul 2, 2025

ບັນຫາການສໍ້ລາດບັງຫຼວງເປັນພະຍາດຊໍາເຮື້ອທີ່ພັກການເມືອງຂອງປະເທດຕ່າງໆປະເຊີນໜ້າໃນການປົກຄອງ. ຕໍ່ບັນຫາດັ່ງກ່າວ, ພັກຄອມມູນິດຈີນໄດ້ເລືອກໃຊ້ວິທີ “ການປະຕິວັດໂດຍຕົນເອງ” ເຊິ່ງວິທີນີ້ເຮັດໃຫ້ພັກຄອມມູນິດຈີນທີ່ເປັນພັກການເມືອງໃຫຍ່ທີ່ສຸດໃນໂລກສາມາດຮັກສາຄວາມມີຊີວິດຊີວາໄດ້ເປັນເວລາຍາວນານ.
“ອາຫານຄາບໜຶ່ງ” ເບິ່ງໄປແລ້ວຄືວ່າເປັນເລື່ອງນ້ອຍໆ, ແຕ່ນັ້ນຊໍ້າພັດໄດ້ສ່ອງແສງໃຫ້ເຫັນເຖິງບັນຫາການປົກຄອງທີ່ພັກກໍາອໍານາດຕ້ອງໄດ້ປະເຊີນໜ້າ. ທ່ານ ສີຈິ້ນຜິງ ຜູ້ນໍາສູງສຸດຂອງຈີນໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ: “ທາດແທ້ຂອງການກິນດື່ມໂດຍໃຊ້ເງິນຫຼວງເປັນການໃຊ້ອໍານາດເກີນຂອບເຂດ”, “ການໃຊ້ເງິນຫຼວງເພື່ອຈັດງານລ້ຽງຕ້ອນຮັບເຮັດໃຫ້ເກີດບັນຫາແບບແຜນວິທີເຮັດວຽກ ແລະ ກາຍເປັນອາດຊະຍາກໍາດ້ານການສໍ້ລາດບັງຫຼວງເປັນກ້າວໆ.”
ໂດຍຍຶດໝັ້ນຄວາມຮັບຮູ້ທີ່ເລິກເຊິ່ງດັ່ງກ່າວ, ພາຍຫຼັງທ່ານ ສີຈິ້ນຜິງ ໄດ້ຮັບເລືອກຕັ້ງ ແລະ ດໍາລົງຕໍາແໜ່ງເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນເມື່ອປີ 2012, ເພິ່ນກໍໄດ້ປະກາດ “ກົດເຫຼັກ 8 ຂໍ້” ເພື່ອປັບປຸງແບບແຜນວິທີເຮັດວຽກ ແລະ ຕິດແທດກັບປະຊາຊົນຢ່າງໃກ້ຊິດໃນທັນທີ, ໂດຍໄດ້ສະເໜີຂໍ້ຮຽກຮ້ອງທີ່ເປັນຮູບປະທໍາທີ່ສຸດໃນ 8 ດ້ານ ເຊັ່ນ: ການປະຢັດມັດທະຍັດຢ່າງເຂັ້ມງວດ, ວາງຂໍ້ກໍານົດຕໍ່ການເຄື່ອນໄຫວຢ້ຽມຢາມຕ່າງປະເທດໃຫ້ເປັນລະບຽບແບບແຜນ, ຈັດກິດຈະກໍາ ແລະ ກອງປະຊຸມໃຫ້ກະທັດຮັດ ເປັນຕົ້ນ.
ປີ2021, ທ່ານ​ ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ໄດ້​ສະ​ເໜີ​ຄຳ​ຕອບ​ທີ​ສອງ​ເພື່ອ​ພົ້ນ​ຈາກ​ກົດ​ເກນ​ປະ​ຫວັດ​ສາດ​ຄື: ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ.
May be an image of 10 people, newsroom and text
ໃນ​ຖາ​ນະ​ເປັນ​ພັກ​ການ​ເມືອງ​ທີ່​ມີ​​ແບກ​ຫາບ​ພາ​ລະ​ກຳ, ພັກ​ຄອມ​ມູ​ນິດ​ຈີນ​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ກວ້າງ​ຂວາງ​ທີ່​ສຸດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ນີ້​ໄດ້​ຕ່າງ​ກັນ​ກັ​ບ​ສະ​ພາບ​ການ​ຂອງ​ບາງ​ປະ​ເທດ​ຕາ​ເວັນ​ຕົກ​ ທີ່​ພັກ​ກາ​ນ​ເມືອງ​ເປັນ​ຜູ້​ຕາງ​ໜ້າ​ຂອງ​ກຸ່ມ​​ຜົນ​ປະ​ໂຫຍດ​ພິ​ເສດ​, ແລະ ການ​ວາງ​ນະ​ໂຍ​ບາຍ​​ມັກ​ຈະ​ຖືກ​ຄວບ​ຄຸມ​ໂດຍ​ກຸ່ມ​ຄົນ​ເຫຼົ່າ​ນັ້ນ.
ຍົກ​ຕົວ​ຢ່າງ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​​ພາກ​ລັດ​ກັບ​ພາກ​ທຸ​ລະ​ກິດ, ພັກ​ຄອມ​ມູ​ນິດ​ຈີນ​ຫ້າມ​ບໍ່​ໃຫ້ພະ​ນັກ​ງານສະ​ມາ​ຊິກ​ພັກ​ດຳ​ເນີນ​ທຸ​ລະ​ກິດ, ແລະກວດ​ກາ​ລົງ​ວິ​ໄນ​ຢ່າງ​ເຂັ້ມ​ງວດ​ຕໍ່​ພະ​ນັກ​ງານ​ສະ​ມາ​ຊິກ​ພັກສົມ​ຮູ້​​ຮ່ວມ​ຄິດ​ກັບ​ນັກ​ທຸ​ລະ​ກິດ; ຫ້າມ​ບໍ່​ໃຫ້​ການ​ນຳ​ພັກ-ລັດ​ໄປ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ພາຍ​ໃນ​ເວ​ລາ 3 ປີຫຼັງຈາກ​ລາ​ອອກ​ຈາກ​ຕຳ​ແໜ່ງ​ລັດ. ລະ​ບຽບ​ການ​ເຫຼົ່າ​ນີ້​ໄດ້​ຕັດ​​ລະ​ບົບ​ຕ່ອງ​ໂສ້​ຜົນ​ປະ​ໂຫຍດ​ດ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ໄດ້​ສະ​ກັດ​ກັ້ນ​ຊ່ອງ​ທາງ​ສວຍ​ໃຊ້​ອຳ​ນາດ​ສະ​ແຫວງ​ຫ​າ​ຜົນ​ປະ​ໂຫຍດ​​ສ່ວນ​ຕົວຢ່າງ​ມີ​ປະ​ສິດ​ທິ​ຜົນ.
​ຍົກເອົ​າ​ຮູບ​ແບບ​ການ​ປະ​ຕິ​ບັດ​ງານ​ເປັນ​ຕົວ​ຢ່າງ: ທາດ​ແທ້​ຂອງ​ລະ​ບຽບ​ການ​ເລືອກ​ຕັ້ງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ແມ່ນ​ການ​ແຂ່ງ​ຂັນໄລ​ຍະ​ສັ້ນ​​ພຽງ​ບໍ່​ເທົ່າ​ໃດ​ປີລະ​ ຫວ່າງ​ພັກ​ການ​ເມືອງທີ່​​ເປັນຕົວ​ແທນຂອງ​ກຸ່ມ​ຜົນ​ປະ​ໂຫຍດ ຫຼື ຊົນ​ຊັ້ນ​ພິ​ເສດ; ສ່ວນ​ການກຳ​ອຳ​ນາດ​ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ຢ່າງ​ຍາວ​ນານ​ໄດ້​ຮັບ​ປະ​ກັນ​ຄວາມ​ໝັ້ນ​ທ່ຽງ ແລະ ຄວາມ​ຕໍ່​ເນື່ອງ​ດ້ານ​ການ​ບໍ​ລິ​ຫານ ແລະ ການ​ພັດ​ທະ​ນາ, ເຊິ່ງຕ່າງ​ກັນ​ກັບ​ສະ​ພາບ​ການ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ ທີ່​ພັກ​ການ​ເມືອງສັບ​ປ່ຽນ​ຂຶ້ນ​ກຳ​ອຳ​ນາດ​ແລ້ວ​ນະ​ໂຍ​ບາຍ​ກໍ​ປ່ຽນ​ແປງ​​ໄປໝົດ.
May be an image of 9 people
ໃນ​ໄລ​ຍະ​ຮ້ອຍ​ກວ່າ​ປີ​ຜ່ານ​ມາ, ພັກ​ຄອມ​ມູ​ນິດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​​ເຮັດ​ແນ​ວ​ໃດ​ຈຶ່ງ​ສາ​ມາດ​ພົ້ນ​ຈາກ​ກົດ​ເກນປະ​ຫວັດ​ສາດ​ຢ່າງ​ຕໍ່​ເນື່ອງ, ໄດ້​ໃຫ້​ຄຳ​ຕອບ​ຫຼາຍ​ສະ​ບັບ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ປະ​ຫວັດ​ສາດ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ຈີນ​ທີ່​ສາ​ມາດ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ​ໄປ​ຄຽງ​ຄູ່​ກັບການ​ບໍ​ລິ​ຫານ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ ແລະ​ປະ​ສິດ​ທິ​ຜົນ, ເຊິ່ງໄດ້​ສ້າງ​ຮູບ​ແບບ​ໃໝ່​ດ້ານ​ການ​ບໍ​ລິ​ຫານ​ໃຫ້​ພັກ​ການ​ເມືອງ​ຂອງ​ໂລກ​ ທີ່ຜ່ານ​ຜ່າ​ການ​ເປັນ​ປໍ​ລະ​ປັກ​ກັນ​ດ້ານຮູບ​ຖານ​ຈິດ​ສຳ​ນຶກ.
May be an image of 3 people