ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການປະລະການຮຽນ ຢູ່ນະຄອນຫລວງວຽງຈັນເພີ່ມຂຶ້ນ

Dec 23, 2024

ໃນໂອກາດລາຍງານຕໍ່ກອງສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-24 ທັນວາ 2024 ທ່ານ ສົມພອນ ສອນດາລາ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນສົກຮຽນ 2023-2024 ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນທັງໝົດ 1,141 ແຫ່ງ ເພີ່ມຂື້ນຈາກສົກຮຽນຜ່ານມາ 14 ແຫ່ງ,ມີຈໍານວນນັກຮຽນທັງໝົດ 210,265 ນ້ອງ, ຍິງ 103,464 ນ້ອງ, ໃນນັ້ນມີໂຮງຮຽນຊັ້ນອະນຸບານ 413 ແຫ່ງ, ໂຮງຮຽນຊັ້ນປະຖົມ 532 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນມີ 78 ແຫ່ງ, ແລະ ໂຮງຮຽນມັດທະຍົມຕອນປາຍມີ 11 ແຫ່ງ.
ຜ່ານການຈັດຕັ້ງປະຕິບັດ 18 ຄາດໝາຍ ຂອງຂະແໜງການສຶກສາ ແລະ ກິລາ ສາມາດບັນລຸ 13 ຄາດໝາຍ, ຍັງບໍ່ບັນລຸ 5 ຄາດໝາຍ ເຊິ່ງມີລາຍລະອຽດລຸ່ມນີ້:
– ອັດຕາປະລະການຮຽນ ຂອງນັກຮຽນ ປ.1. ປະຕິບັດໄດ້ 2.31% ເພີ່ມຂຶ້ນ 2.31%, ຄາດໝາຍ 0%. ສາເຫດ: ຍ້ອນມີການເຄື່ອນຍ້າຍຂອງປະຊາກອນຕະຫຼອດ ເຮັດໃຫ້ເດັກໃນເກນເຂົ້າຮຽນຊັ້ນປະຖົມ ປີທີ 1 ບໍ່ໄດ້ເຂົ້າຮຽນເປັນປົກກະຕິ ເພາະເດັກຕ້ອງຕິດຕາມຜູ້ປົກຄອງໄປອອກແຮງງານຢູ່ບ່ອນອື່ນເຊິ່ງບ່ອນອອກແຮງງານບໍ່ສະດວກໃນການເອົາເດັກເຂົ້າຮຽນ ເພາະເຮັດວຽກແລ້ວຕ້ອງຍົກຍ້າຍໄປບ່ອນໃໝ່ ເຊັ່ນ: ຮັບຈ້າງຢູ່ສວນກວ້ຍ, ສວນຢາງ ແລະ ອື່ນໆ.
– ອັດຕາປະລະການຮຽນຊັ້ນປະຖົມສຶກສາ ປະຕິບັດໄດ້ 0,8% ເພີ່ມຂຶ້ນ 0,41%, ຄາດໝາຍ 0,25%.ເຊິ່ງໃນຕົວຈິງ ນັກຮຽນອາດຈະຍັງສືບຕໍ່ ຮຽນຢູ່ບ່ອນໃໝ່. ສາເຫດ: ຍ້ອນມີການເຄື່ອນຍ້າຍຂອງປະຊາກອນຕະຫຼອດ ເຮັດໃຫ້ເດັກໃນເກນເຂົ້າຮຽນປະຖົມບໍ່ໄດ້ເຂົ້າຮຽນເປັນປົກກະຕິ ເພາະເດັກຕ້ອງຕິດຕາມຜູ້ປົກຄອງໄປອອກແຮງງານຢູ່ບ່ອນອື່ນເຊິ່ງບ່ອນອອກແຮງງານບໍ່ສະດວກໃນການເອົາເດັກເຂົ້າຮຽນ ເພາະເຮັກວຽກແລ້ວຕ້ອງຍົກຍ້າຍໄປບ່ອນໃໝ່ ເຊັ່ນ: ຮັບຈ້າງຢູ່ສວນກວ້ຍ, ສວນຢາງ, ກຳມະກອນກໍ່ສ້າງ ແລະ ອື່ນໆ.
– ອັດຕາລອດເຫຼືອຮອດ ປ.5. ປະຕິບັດໄດ້ 97,33% ເພີ່ມຂຶ້ນ 1,83%, ຄາດໝາຍ 100%. ສາເຫດ: ອັດຕາລອດເຫຼືອແມ່ນຕິດພັນກັບອັດຕາປະລະ ຖ້າມີການປະລະຫຼາຍອັດຕາລອດເຫຼືອກໍ່ຈະຕໍ່າລົງ.
– ອັດຕາປະລະການຮຽນຊັ້ນມັດທະຍົມຕົ້ນ ປະຕິບັດໄດ້ 4,23% ເພີ່ມຂຶ້ນ 0,59%, ຄາດໝາຍ 3%. ສາເຫດ: ການປະລະການຮຽນຊັ້ນມັດທະຍົມຍັງມີທ່າອ່ຽງທີ່ສູງຂຶ້ນ ຍ້ອນສະພາບເສດຖະກິດ-ສັງຄົມ ເຊັ່ນ: ນັກຮຽນຕິດຫຼິ້ນ, ພົວພັນສິ່ງເສບຕິດ, ບໍ່ຕັ້ງໃຈຮຽນ ເຮັດໃຫ້ມີຜົນການຮຽນອ່ອນ, ມັກຂາດຮຽນ, ເສັງບໍ່ຜ່ານ, ຄ້າງຫ້ອງ ແລະ ປະລະການຮຽນໃນທີ່ສຸດ; ບັນຫາດ້ານເສດຖະກິດ: ໃນຄອບຄົວທີ່ມີລູກຫຼາຍຄົນ ເພື່ອປະຢັດຄ່າໃຊ້ຈ່າຍໃນຄອບຄົວ ຜູ້ປົກຄອງ ຈິ່ງເອົາລູກຫຼານອອກໂຮງຮຽນໃຫ້ສືບຕໍ່ຮຽນບາງຄົນເທົ່ານັ້ນ ແລະ ອື່ນໆ.
– ອັດຕາປະລະການຮຽນຊັ້ນມັດທະຍົມປາຍ ປະຕິບັດໄດ້ 5,79% ເພີ່ມຂຶ້ນ 0,59%, ຄາດໝາຍ 4,8%. ສາເຫດ: ການປະລະການຮຽນຊັ້ນມັດທະຍົມຍັງມີທ່າອ່ຽງທີ່ສູງຂຶ້ນ ຍ້ອນສະພາບເສດຖະກິດ-ສັງຄົມ ເຊັ່ນ: ນັກຮຽນຕິດຫຼິ້ນ, ພົວພັນສິ່ງເສບຕິດ, ບໍ່ຕັ້ງໃຈຮຽນ ເຮັດໃຫ້ມີຜົນການຮຽນອ່ອນ, ມັກຂາດຮຽນ, ເສັງບໍ່ຜ່ານ, ຄ້າງຫ້ອງ ແລະ ປະລະການຮຽນໃນທີ່ສຸດ, ລັກໄປຫຼິ້ນໃນໂມງຮຽນ. ບັນຫາດ້ານເສດຖະກິດ: ນັກຮຽນຊັ້ນມັດທະຍົມປາຍແມ່ນສາ ມາດໄປອອກແຮງງານຊ່ວຍເຫຼືອຄອບຄົວໄດ້ ຈິ່ງເຮັດໃຫ້ມີການປະລະໄປອອກແຮງງານຕາມໂຮງຈັກໂຮງງານ ແລະ ປະເທດເພື່ອນບ້ານ ແລະ ອື່ນໆ.
May be an image of text