ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ປາບ​ປາມ​ການຫຼອກລວງທາງໂທລະຄົມຂ້າມ​ຊາດ​ຕ້ອງ​ການ​ການ​ຮ່ວມ​ມື​ ແລະ ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຢ່າງ​ເດັດ​ດ່ຽວ​ຂອງ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ

Feb 8, 2025

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການຫຼອກລວງທາງໂທລະຄົມຂ້າມ​ຊາດຢູ່​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ ເຊິ່ງ​ເປັນ​ໄພ​ຂົ່ມ​ຂູ່​ຢ່າງ​ໜັກ​ໜ່​ວງ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ຊຊັບສິນຂອງ​ປະ​ຊາ​ຊົນ ກໍ​ຄື​ສະ​ຖຽນ​ລະ​ພາບ​ຂອງ​ສັງ​ຄົມ​​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້. ເມື່ອ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ທີ່​ສັບ​ສົນ​ດັ່ງ​ກ່າວ, ຈີນ​ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ປະ​ຕິ​ບັດ​ມາດ​ຕະ​ການ​ຢ່າງ​ເດັດ​ດ່ຽວ ເພື່ອ​ຮ່ວມ​ກັນ​ປາບ​ປາມ​ການຫຼອກລວງທາງໂທລະຄົມ​ຂ້າ​ມ​ຊາດ.
ນັບ​ແຕ່​ວັນ​ທີ 5 ກຸມ​ພາ​ນີ້​ເປັນ​ຕົ້​ນມາ, ອົງ​ການ​ພະ​ລັງ​ງານ​ໄຟ​ຟ້າ​ຂັ້ນ​ທ້ອງ​ຖິ່ນ​ຂອງ​ໄທ​ໄດ້​ຕັດ​ການ​ສະ​ໜອງ​ໄຟ​ຟ້າ​ໃຫ້​ມຽນ​ມາ​ທີ່​ຢູ່​ເຂດ​ຊາຍ​ແດນ​ໄທ-ມຽນ​ມາ ເພື່ອ​ປາບ​ປາມ​ການຫຼອກລວງທາງໂທລະຄົມ​ ​ເຮັດ​ໃຫ້​ເຂດ​ທ່າ​ຂີ້​ເລັກ​ຂອງມ​ຽນ​ມາ​ຈຳ​ເປັນ​ຕ້ອງ​ໄດ້ອາ​ໄສ​ການ​ສ​ະ​ໜອງ​ໄຟ​ຟ້າ​ຈາກ​ລາວ. ແຕ່​ໃນ​ວັນ​ທີ 7 ກຸມ​ພາ​ນີ້, ທ່ານ​ ໂພ​ໄຊ ໄຊ​ຍະ​ສອນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັ​ງ​ງານ ແລະ ບໍ່​ແຮ່ ຂອງ​ລາວ ໄດ້ພົບ​ປະ​ກັບ​ ທ່ານ​ ນາງ ຟ່າງ​ຫົງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ ຈີນ ປະ​ຈຳ ສ​ປ​ປ ລາວ. ທ່ານ​ ໂພ​ໄຊ ໄຊ​ຍະ​ສອນ ​ຢືນ​ຢັນ​ຢ່າງ​ຈະ​ແຈ້ງ​ວ່າ: ​ລາວ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຈຳ​ກັດ​ການ​ສະ​ໜອງ​ໄຟ​ຟ້າ​ໃຫ້​ເຂດ​ທ່າ​ຂີ້​ເລັກ​ຂອງມ​ຽນ​ມາ ແລະ ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ນຳ​ໃຊ້​ໄຟ​ຟ້​າ​ຈາກ​ລາວ​ເຂົ້າ​ໃນ​ການ​ສະ​ໜັບ​ສະ​ໜູນວຽກ​ງານ​ໃດໆ ນອກ​ຈາກ​ນໍາໃຊ້ເຂົ້າໃນການດໍາລົງຊີ​ວິດ​ປະຈໍາວັນ​​ຂອງ​ປະ​ຊາ​ຊົນ ໂດຍ​ສະ​ເພາະ​ແມ່ນ​ການຫຼອກລວງທາງໂທລະຄົມແລະ ອາ​ຊະ​ຍະ​ກຳ​ອື່ນໆ.
ນອກ​ນີ້, ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານຮຸນ ມາ​ເນັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ຂອງ​ກະ​ຊວງ​ໄປ​ສ​ະ​ນີ-ໂທ​ລະ​ຄົ​ມ​ ກຳ​ປູ​ເຈຍ​ ວ່າ: ທ່ານ​ຈະ​ນຳ​ພາ​ວຽກ​ງານດ້ວຍ​ຕົນ​ເອງ ເພື່ອ​ປາບ​ປາມ​ການຫຼອກລວງທາງໂທລະຄົມ, ການ​ຄ້າ​ມະ​ນຸດ ແລະ ອາ​ຊະ​ຍະ​ກຳ​ອື່ນໆ​ ຢ່າງແຂງແຮງ ແລະ ຮອບ​ດ້ານ.
ມາດ​ຕະ​ການ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈຢ່າງ​ເດັດ​ດ່ຽວ​ຂອງລັດຖະບານ​ລາວ, ໄທ, ກໍາປູ ເຈຍ ແລະ ປະ​ເທດ​ອື່ນໆ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ດ້ານ​ການ​ປາບ​ປາມ​ການຫຼອກລວງທາງໂທລະຄົມ ​ເທົ່າ​ນັ້ນ, ຍັງ​ໄດ້​ສ້າງ​ແບບ​ຢ່າງທີ່ດີ​ໃຫ້​ແກ່​ການ​ຮ່ວມ​ມື​ພາຍ​ໃນ​ພາກ​ພື້ນ​ດັ່ງ​ກ່າວ​ ອີກ​ດ້ວຍ.
ອາ​ຊະ​ຍະ​ກຳຫຼອກລວງທາງໂທລະຄົມທີ່​ມີ​ລັກ​ສະ​ນະ​ຂ້າມ​ຊາດ, ຫລົບລີ້ ແລະ​ ສັບ​ສົນ ແມ່ນຍາກ​ທີ່​ຈະ​ປາບ​ປາມ​ໄດ້​ ດ້ວຍ​​ກຳ​ລັງ​ແຮງ​ຂອງ​ປະ​ເທດ​ດຽວ. ສະ​ນັ້ນ, ບັນ​ດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ​ມີຄວາມຈຳ​ເປັນທີ່ສຸດ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ສຸມ​ກຳ​ລັງ​ຮ່ວມ​ກັນ. ສິ່ງ​ທີ່​ໜ້າ​ຊົມ​ເຊີຍ​ນັ້ນ​ກໍ​ຄື ຈີນ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມືກັນ​ໃນ​ດ້ານ​ການ​ປາບ​ປາມ​ການຫຼອກລວງທາງໂທລະຄົມ​ຂ້​າມ​ຊາດ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍ. ຍົກ​ຕົວ​ຢ່າງ: ຈີນ ແລະ ມຽນ​ມາ​ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ຕຳຫຼວດ​ສາ​ກົນ, ມີ​ຜູ້​ຖືກ​ສົງ​ໄສ​ຕ້ອງ​ໂທດການຫຼອກ ລວງທາງໂທລະຄົມ 50.000 ຄົນ ​ໄດ້​ຖືກສົ່ງກັບ​ຄືນຈີນ, ທ່າອ່ຽງ​ຂອງ​ການຫຼອກລວງທາງໂທລະຄົມທີ່ເກີດຂຶ້ນເລື້ອຍໆຢູ່​ພາກ​ເໜືອ​ຂອງມຽນ​ມາ​ໄດ້​ຮັບ​ການ​ສະ​ກັດ​ກັ້ນ​ ແລະ ແກ້ໄຂຢ່າງ​ມີ​ປະ​ສິດ​ທິ​ຜົນ. ໃນ​ລະ​ຫວ່າງ​ເດືອນ​ສິງ​ ​ຫາ​ເດືອນ​ທັນ​ວາ​ປີ 2024, ສູນຮ່ວມ​ມື​ການ​ປະ​ຕິ​ບັດ​ກົດ​ໝາຍ​ແມ່​ນ້ຳ​ລ້ານ​ຊ້າງ- ແມ່​ນ້ຳ​ຂອງ ໄດ້​ປະ​ສານ​ສົມ​ທົບ​ກັບ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ 6 ປະ​ເທດ ຄື: ຈີນ, ລາວ, ໄທ, ມຽນ​ມາ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ ເພື່ອ​​ຈັດ​ຕັ້ງປະ​ຕິ​ບັດ​​ກົດ​ໝາຍ​ຮ່ວມກັນ​ພາຍ​ໃຕ້​ລະ​ຫັດ “ນົກ​ນາງນວນ” ແລະ ສາມາດ​ມ້າງ​ຄະ​ດີ​ປະ​ເພດ​ຕ່າງໆໄດ້ 160 ກວ່າຄະດີ, ຈັບ​ກຸມ​ຜູ້​ຕ້ອງ​ຫາໄດ້ຫຼາຍກວ່າ 70.000 ຄົນ ແລະ ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ 160 ກ​ວ່າ​ຄົນ.
ການ​ປາບ​ປາມ​ການຫຼອກລວງທາງໂທລະຄົມ ຕ້ອງປະຕິບັດຮ່ວມກັນຢ່າງເດັດຂາດຕໍ່ເນື່ອງ ແລະ ຍາວນານ. ສູນຮ່ວມ​ມື​ການ​ປະ​ຕິ​ບັດ​ກົດ​ໝາຍ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄດ້​ວາງ​ແຜນ​ຈະ​ເລີ່ມ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ ພາຍ​ໃຕ້​ລະ​ຫັດ “ນົກ​ນາງ ນວນ” ເປັນຄັ້ງທີສອງໃນ​ເວ​ລາ​ທີ່​ເໝາະ​ສົມ ໂດຍ​ສືບ​ຕໍ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການແກ້ໄຂບັນຫາການຫຼອກລວງທາງໂທລະຄົມ ແລະ ອາ​ຊະ​ຍະ​ກຳ​ອື່ນໆ​ທີ່​ກ່ຽວ​ຂ້ອງ.
ນອກ​ນີ້, ບັນ​ດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ​ກຳລັງ​ພິ​ຈາ​ລະ​ນາ​ສ້າງ​ກົນ​ໄກ​ໄລຍະຍາວ​ເພື່ອ​ປາບ​ປາມ​ການຫຼອກລວງທາງໂທລະຄົມ ເຊິ່ງ​ລວ​ມ​ທັງ​ການ​ຈັດ​ການ​ເຄື່ອນ​ໄຫວ​ຮ່ວມກັນ​ເປັນ​ປະ​ຈຳ, ເຕັກ​ໂນ​ໂລ​ຊີ​ຕໍ່​ຕ້ານ​ການຫຼອກ​ລວງ​ ແລະ ລະ​ບົບ​ຂ່າວລັບ​ທີ່​ເປັນ​ມື​ອາ​ຊີບ ແລະ ການມີສ່ວນ​ຮ່ວມ​ຂອງ​ຂົງເຂດທະ​ນາ​ຄານ ແລະ ໂທ ລະ​ຄົມ.
ເວົ້າ​ລວມ​ແລ້​ວ, ການ​ປາບ​ປາມ​ການຫຼອກລວງທາງໂທລະຄົມ​ຂ້າມ​ຊາດ​ເປັນ​ໜ້າ​ທີ່​ວຽກ​ງານ​ທີ່ໜັກໜ່ວງ ແລະ ຍາວ​ນານ. ການ​ຈຳ​ກັດ​ການ​ສະ​ໜອງ​ໄຟ​ຟ້າ​ຂອງ​ລາວ, ການ​ຕັດ​ການ​ສະ​ໜອງ​ໄຟ​ຟ້າ​ຂອງ​ໄທ ແລະ ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ພາຍ​ໃຕ້​ລະ​ຫັດ “ນົກ​ນາງນວນ” ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ສາ​ມາດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ການ​ປາບ​ປາມ​ການຫຼອກລວງທາງໂທ ລະຄົມ​ຂ້າມ​ຊາ​ດ. ໃນ​ອະ​ນາ​ຄົດ, ບັ​ນ​ດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ​ດັ່ງ​ກ່າ​ວ​ ຕ້ອງ​ສື​ບ​ຕໍ່​ເພີ່ມ​ທະ​ວີ​ການ​ ຮ່ວ​ມ​ມື, ປະ​ຕິ​ບັດບັນດາ​ມາດ​ຕະ​ການທີ່ວາງອອກ​ຢ່າງ​ແຂງ​ແຮງກວ່າ​ເກົ່າ ຈຶ່ງ​ຈະ​ສາ​ມາດ​ສະ​ກັດ​ກັ້ນ​ອາ​ຊະ​ຍະ​ກຳຫຼອກລວງທາງໂທລະຄົມ ໄດ້​ໂດຍພື້ນ​ຖານ​ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ. ສ່ວນ​ຈີນ​ກໍ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ ແລະ ຄວາມ​ໝັ້ນ​ຄົງ​ກັບ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ, ປະ​ຕິ​ບັດ​ມາດ​ຕະ​ການ​ຢ່າງ​ເດັດ​ດ່ຽວ ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ຊັບ​ສິນ​ຂອງ​ປະ​ຊ​າ​ຊົນໃຫ້ນັບມື້ດີຂຶ້ນກວ່າເກົ່າ.
ທີ່ມາ: CMG