ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ປັດຈຸບັນ ການປູກພືດລະດູຝົນ ຂອງກະສິກອນ ຢູ່ເມືອງເງິນ ແຂວງໄຊຍະບູລີ ສຳເລັດແລ້ວ 98% ໃນເນື້ອທີ່ທັງໝົດ 11.656 ເຮັກຕາ, ເຊິ່ງການປູກພືດໃນປີນີ້ ເປັນຂະບວນການຟົດຟື້ນກວ້າງຂວາງ ກວ່າປີຜ່ານມາ ເປັນຕົ້ນ ການປູກເຂົ້ານາປີສໍາເລັດ 85% ໃນເນື້ອທີ່ 726 ເຮັກຕາ ໃນນັ້ນປູກເປັນສິນຄ້າ ໃນເນື້ອທີ່ 9.368 ເຮັກຕາ, ປູກຄໍ້າປະກັນສະບຽງອາຫານ 773 ເຮັກຕາ ແລະ ການປູກເຂົ້າເນີນສູງ (ເຂົ້າໄຮ່) 1.562 ເຮັກຕາ, ສາລີແຂງ 2.000 ເຮັກຕາ, ໝາກເດືອຍ 2.000 ເຮັກຕາ, ມັນຕົ້ນ 4.000 ເຮັກຕາ, ຂີງພັນ 320 ເຮັກຕາ, ຝ້າຍ 5 ເຮັກຕາ, ໜາກງາ 27 ເຮັກຕາ, ກ້ວຍ 97 ເຮັກຕາ, ອ້ອຍ 26 ເຮັກຕາ ແລະ ຖົ່ວດິນ 33 ເຮັກຕາ.
ທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງເງິນ ໄດ້ໃຫ້ຮູ້ວ່າ: ພ້ອມນີ້, ການປູກພືດຜັກໄວ້ບໍລິໂພກຕ່າງໆ ໃນເນື້ອທີ່ 245 ເຮັກຕາ, ໄມ້ໃຫ້ໝາກ 259 ກວ່າເຮັກຕາ ແລະ ຢາງພາລາ 200 ກວ່າເຮັກຕາ ທັງນີ້ກໍເພື່ອເປັນການປະຕິບັດຕາມ ແຜນພັດທະນະເສດຖະກິດ ຂອງເມືອງ ກໍຄືວຽກງານຄໍ້າປະກັນທາງດ້ານສະບຽງອາຫານ ແລະ ປູກພືດເປັນສິນຄ້າຂອງກະສິກອນເມືອງເງິນ ໃຫ້ບັນລຸຕາມຄາດໜາຍທີ່ວາງໄວ້ປີ 2025, ເຊິ່ງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ກໍໄດ້ລົງຊຸກຍູ້ສົ່ງເສີມການປູກພືດ ຂອງກະສິກອນຢູ່ພາຍໃນເມືອງເງິນ ໃຫ້ມີການຂະຫຍາຍຕົວຂຶ້ນໄປເລື້ອຍໆ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວໆ.



